(vovworld) - ຕອນຄໍ່າວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດງານລ້ຽງຢ່າງສົມກຽດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ 02 ກັນຍາ (02 ກັນຍາ 1945 – 02 ກັນຍາ 2013). ການພັດທະກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ຫງວຽນຮົ່ງທາວ ຕິລາຄາສູງການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ພິເສດແມ່ນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ ເຊິ່ງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຕາງໜ້າໃຫ້ລັດຖະບານ ມາເລເຊຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ Hamzah Zainuddin ໄດ້ອວຍພອນຫວຽດນາມ ເນື່ອງໃນໂອກາດວັນຊາດ 02 ກັນຍາ. ທ່ານໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ມາເລເຊຍ ນັບມື້ນັບການຮັບການພັດທະນາໃນຫຼາຍຂົງເຂດ.
ແລະໃນວັນທີ 27 ສິງຫາ, ສະຖານທູດຫວຽດນາມ ປະຈຳກຸຍບາ ກໍ່ໄດ້ຈັດງານລ້ຽງເຊັ່ນດຽວກັນ. ທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ວູ້ຈິ໋ກົງ ໄດ້ຢືນຢັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ມິດຕະພາບຖານອ້າຍນ້ອຍ ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຸຍບາ.