( vovworld ) – ເນື່ອງໃນໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/5/1890-19/5/2012), ຕອນຄ່ຳວັນທີ 17/5, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນໃຫ້ການເສັງຂຽນບົດກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ໃນຈຳນວນ 700 ບົດເຂົ້າຮ່ວມການເສັງ, ຄະນະຈັດຕັ້ງໄດ້ຄັດເລືອກ 19 ບົດເພື່ອມອບລາງວັນ, ໃນນັ້ນມີ 1 ລາງວັນທີ 1, 3 ລາງວັນທີ 2; 5 ລາງວັນທີ 3 ແລະ 10 ລາງວັນຊົມເຊີຍ. ນັກຂ່າວ Uong Thai Bieu ຜູ້ໄດ້ຮັບລາງວັນທີ 2 ດ້ວຍບົດ “ນັກວິທະຍາສາດສຸດຈິດສຸດໃຈເພື່ອປະຊາຊົນ“ ໃຫ້ຮູ້ວ່າ:
“ຜ່ານການເສັງນີ້ໄດ້ຄົ້ນພົບບັນດາບຸກຄົນທີ່ດີ, ມີຜົນສະທ້ອນຕໍ່ສັງຄົມ ແລະ ໄດ້ຮັບການເຊີດຊູຜ່ານບົດໜັງສືພິມຕ່າງໆ. ຂ້າພະເຈົ້າຄິດວ່າ ຄວາມໝາຍຂອງການເສັງຈະແມ່ນຜົນສະທ້ອນຂອງມັນ ຫາກບໍ່ພຽງແຕ່ແມ່ນບັນດາບຸກຄົນໄດ້ຮັບການເຊີດຊູເທົ່ານັ້ນ“
(ພາບ:congannghean.com.vn)
ຢູ່ແຂວງ Nghe An ບ້ານເກີດເມືອງນອນຂອງປະທານໂຮ່ຈິມິນ ໄດ້ດຳເນີນງານບຸນບ້ານ Sen ແຕ່ວັນທີ 17-19/5. ງານບຸນມີບັນດາລາຍການສະແດງສິລະປະ, ພິທີແຫ່ຮູບພາບລຸງໂຮ່ຈາກບ້ານແມ່ໄປຍັງບ້ານພໍ່, ພິທີແຈ້ງຜົນງານຂອງອຳນາດການປົກຄອງ ແລະ ປະຊາຊົນເມືອງ Nam Dan. ທ່ານ Cao Dang Vinh ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ Nghe An ໃຫ້ຮູ້ວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດຂອງລຸງໂຮ່, ພວກຂ້າພະເຈົ້າໄດ້ຈັດພິທີທະຫວາຍທູບທຽນ, ວາງພວງມາລາ, ແຈ້ງຜົນງານຕໍ່ລຸງໂຮ່. ນອກນັ້ນຈະຈັດບັນດາການເຄືອ່ນໄຫວກິລາ. ພິເສດ, ມີລາຍການສະແດງສຽງເພງບ້ານ Sen ຊື່ງແມ່ນການເຄືອ່ນໄຫວຈັດຂຶ້ນເປັນປະຈຳໃນກ່ວາ 30 ປີ ແລ້ວ ແລະ ມີການສະແດງຂັບລຳພື້ນເມືອງແຂວງ Nghe An ຕື່ມອີກ“.
ຕອນເຊົ້າວັນທີ 18/5, ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 122 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຢ່າງສົມກຽດ ແລະ ຍ້ອງຍໍສັນລະເສີນບຸກຄົນທີ່ມີຜົນງານດີເດັ່ນໃນບັ້ນຂົນຂວາຍຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ. ກ່າວປາໄສນະພິທີ, ທ່ານ Nguyen Van Dua, ຮອງເລຂາປະຈຳອົງຄະນະພັກນະຄອນ ໂຮ່ຈີມິນ ເວົ້າວ່າ.
”ໂດຍຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນໃນການປະຕິບັດມະຕິທີ 4, ພະນັກງານ, ສະມາຊິກພັກນະຄອນແຕ່ລະຄົນໄດ້ຕຳໜິຕົນເອງ, ແກ້ໄຂສິ່ງທີ່ຂາດຕົກບົກຜ່ອງ, ສິ່ງຈຳກັດໃນຫົວໜ່ວຍຂອງຕົນໂດຍທັນທີ. ”
ໃນວັນດຽວກັນ, ຢູ່ ດ່ານັ້ງ, ໄດ້ໄຂງານວາງສະແດງ ”ປະທານໂຮ່ຈີມິນ ກັບບັນຫາກໍ່ສ້າງ ແລະ ປັບປຸງພັກ” ງານວາງສະແດງໄດ້ສະເໜີເອກະສານ, ຮູບພາບ 140 ແຜ່ນ ທີ່ແນະນຳກ່ຽວກັບຄຸນງານຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນໃນການກໍ່ສ້າງ ແລະ ຫຼໍ່ຫຼອມພັກກອມມູນິດຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງຜ່ານແຕ່ລະໄລຍະທາງແຫ່ງການປະຕິວັດ. ແຂວງ ບິ່ງທ້ວນ ກໍ່ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ ”ປັນຍາຊົນ ບິ່ງທ້ວນ ປະຕິບັດຕາມຄຸນສົມບັດ ແລະ ແບບແຜນດຳລົງຊີວິດຂອງປະທານ ໂຮ່ຈີມິນ”.
ເນື່ອງໃນໂອກາດນີ້, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດການສະແດງສິລະປະປະຊາຄົມຊາວຫວຽດນາມ ໃນທົ່ວປະເທດລາວ. ໃນປາໄສໄຂກອງປະຊຸມ, ທ່ານ Ta Minh Chau, ເອກອັກຄະລັດຖະທູດຫວຽດນາມປະຈຳລາວໄດ້ຢືນຢັນວ່າ ນີ້ແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ລາວອ່ວາຍເມືອຫາປະເທດຊາດ, ສະແດງຄວາມເຄົາລົບນັບຖື, ແລະ ຄວາມຮູ້ບຸນຄູນອັນໃຫຍ່ຫຼວງຕໍ່ປະທານໂຮ່ຈີມິນ.