ການສະແດງສິລະປະໃນລາຍການ “ພັກ ແລະ ລະດູບານໃໝ່”
|
(vovworld) – ເພື່ອສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2015), ໜັງສືພິມ ເຍີນເຢີນ (ກະບອກສຽງຂອງພັກກອມມູນິດ ຫວຽດນາມ) ສະບັບອອກວັນທີ 3/2 ມີບົດນຳທີ່ມີຫົວຂໍ້ວ່າ: “ໄວ້ເນື້ອເຊື່ອໃຈຕໍ່ພັກຕະຫຼອດໄປ”. ບົດນຳໄດ້ຊີ້ແຈ້ງວ່າ: ພັກກອມມູນິດ ຫວຽດນາມ ໄດ້ຮັບການກຳເນີດແມ່ນຂີດໝາຍບາດລ້ຽວປະຫວັດສາດທີ່ສຳຄັນຍິ່ງສຳລັບການປະຕິວັດ ຫວຽດນາມ. ນີ້ແມ່ນຂີດໝາຍອັນສະຫງ່າລາສີໃນໄລຍະທາງຕໍ່ສູ້ປົດປ່ອຍຊາດ, ເປີດໄລຍະໃໝ່ເພື່ອໃຫ້ປະເທດຊາດກ້າວຂຶ້ນ. ບົດນຳຢັ້ງຢືນວ່າ “ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ຊາດ ຫວຽດນາມ ວິລະຊົນ, ສະຫຼາດສະຫຼຽວ, ມີຫົວຄິດປະດິດສ້າງ ແລະ ເຕັມໄປດ້ວຍເມດຕາຈິດ, ເອກອ້າງທະນົງໃຈຕໍ່ພັກເຮົາ, ເຊິ່ງແມ່ນພັກປະຕິວັດສັດຈະທຳ, ນອກຈາກຜົນປະໂຫຍດຂອງຊົນຊັ້ນ, ຂອງປະຊາຊົນ, ຂອງຊາດແລ້ວ, ແມ່ນບໍ່ມີຜົນປະໂຫຍດໃດອີກ, ພັກສະໜິດຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ”. ໃນຂະນະນັ້ນ, ບົດນຳຂອງໜັງສືພິມ ກວນໂດ້ຍເຍີນເຢີນ (ກະບອກສຽງຂອງກອງທັບປະຊາຊົນ ຫວຽດນາມ) ຢັ້ງຢືນວ່າ: ກອງທັບປະຊາຊົນ ຫວຽດນາມ ຮັກສາຄວາມໄວ້ເນື້ອເຊື່ອໃຈຕໍ່ຄຸນນະທາດ ແລະ ຄວາມສາມາດຂອງພັກຕະຫຼອດໄປ.
ໃນໜ້າຫຼັກຂອງໜັງສືພິມ ເຍີນເຢີນ, ກວນໂດ້ຍເຍີນເຢີນ ແລະ ໜັງສືພິມສຳຄັນຫຼາຍສະບັບທີ່ອອກວັນທີ 3/2 ກໍ່ໄດ້ໃຫ້ຂ່າວ, ບົດ, ພາບ ກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, ໃນນັ້ນມີງານຊຸມນຸມມິດຕິງສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, ຢູ່ ຮ່າໂນ້ຍໃນວັນທີ 2/2.
ຕອນຄ່ຳວັນທີ 2/2, ລາຍການສິລະປະ “ພັກ ແລະ ລະດູບານໃໝ່” ຂ່ຳນັບຮັບຕ້ອນ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຖືກຈັດຕັ້ງຂຶ້ນໃນ 3 ສະຖານທີ່ແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ກອນຕຸມ. ເຂົ້າຮ່ວມລາຍການນີ້ມີທ່ານ ເລຮົ່ງເອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ຮ່າໂນ້ຍ ເປັນຈຳນວນຫຼາຍ. ໃນເວລາດຳເນີນລາຍການ, ຜູ້ຊົມ ແລະ ປະຊາຊົນໃນທົ່ວປະເທດໄດ້ຮັບຟັງບັນດາບົດເພງ, ການສະແດງສິລະປະຍ້ອງຍໍຊົມເຊີຍພັກ, ປະທານ ໂຮ່ຈີມິນ ຜູ້ຍິງໃຫຍ່, ປະເທດຊາດປ່ຽນໃໝ່.