(vovworld)- ຕອນເຊົ້າວັນທີ 7/6, ຢູ່ ຮ່າໂນ້ຍ, ສະຫະພັນແຮງງານ ຫວຽດນາມໄດ້ຈັດຕັ້ງກອງປະຊຸມສຳມະນາ “ 65 ປີກຳມະບານຫວຽດນາມປະຕິບັດຄຳຮຽກຮ້ອງການແຂ່ງຂັນຮັກຊາດຂອງປະທານໂຮ່ຈິມີນ”. ບັນດາບົດປະກອບຄຳຄິດຄຳເຫັນທີ່ກອງປະຊຸມສຳມະນາໄດ້ສະແດງໃຫ້ເຫັນຄວາມສຳຄັນລະຫວ່າງທິດສະດີ ແລະ ພຶດຕິກຳຂອງການໝູນໃຊ້ຫົວຄິດປະດິດສ້າງແນວຄິດໂຮ່ຈິມີນກ່ຽວກັບການແຂ່ງຂັນຮັກຊາດໃນການເຄື່ອນໄຫວກຳມະບານຫວຽດນາມ. ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຮ່ວາບີ່ງ ຮອງປະທານປະຈຳສະຫະພັນແຮງງານຫວຽດນາມ ເນັ້ນຫນັກວ່າ:
“ວຽກງານແຂ່ງຂັນຍ້ອງຍໍແມ່ນກຳລັງຫນູນດ້ານຈິດໃຈອັນໃຫຍ່ຫລວງ, ລະດົມກຳລັງໃຈພະນັກງານ, ສະມາຊິກຄະນະຊາວຫນຸ່ມ, ກຳມະກອນ, ລັດຖະກອນ, ຄົນງານ ເສີມຂະຫຍາຍຫົວຄິດປະດິດສ້າງ, ຈິດໃຈກ້າຄິດກ້າເຮັດ ຜ່ານຜ່າຄວາມຫຍຸ້ງຍາກໃນການຜະລິດ, ວຽກງານ, ປະກອບສ່ວນສຳເລັດຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ປະກອບສ່ວນສຳຄັນໃຫ້ແກ່ຜົນງານລວມກ່ຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເພື່ອຈຸດໝາຍ ປຊຊ ຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.”
ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸ
ກະຈາຍສຽງ ຫວຽດນາມ
|
ຕອນເຊົ້າວັນດຽວກັນ, ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດຕັ້ງການສະເຫລີມສະຫລອງ 65 ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ. ໃນສູນທອນພົດໄຂພິທີ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ຢືນຢັນຄວາມສຳຄັນຂອງຂະບວນການດັ່ງກ່າວໃນໄລຍະຕໍ່ສູ້ຍາດເອກະລາດ, ເສລິພາບໃຫ້ແກ່ປະເທດຊາດກໍຄືໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດ. ເມື່ອເວົ້າເຖິງທິດທາງຜັນຂະຫຍາຍຂະບວນການດັ່ງກ່າວໃນໄລຍະຈະມາເຖິງ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈງວ່າ:
“ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງມະຫາຊົນ, ສຸມໃສ່ຂົນຂວາຍໝູ່ມະຫາຊົນ, ສຸມກຳລັງເພື່ອກໍ່ສ້າງ ແລະ ຈັດຕັ້ງຂະບວນການແຂ່ງຂັນຮັກຊາດ. ເສີມຂະຫຍາຍມູນເຊື້ອວິລະຊົນ, ພະນັກງານ, ນັກຂ່າວ, ພະນັກງານເຕັກນິກ, ສີລະປິນ ໃນວິທະຍຸກະຈາຍສຽງຫວຽດນາມ ສາມັກຄີ, ຝຶກຝົນຫລໍ່ຫລອມ, ຕັ້ງຫນ້າຕອບສະຫນອງບ້ັນຂົນຂວາຍປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ, ບັນດາຂະບວນການແຂ່ງຂັນຮັກຊາດ.”