ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນຊາດຫວຽດນາມທີ2/9ຈັດຂຶ້ນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ

ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນຊາດຫວຽດນາມທີ2/9ຈັດຂຶ້ນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ - ảnh 1

 (vovworld)- ​ ຕອ​ນ​ບ່າຍ​ວັນ​ທີ 2/9, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ ປະ​ທານ​ໂຮ່​ຈິ​ມີນ ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມີນ. ນະ​ທີ່ນີ້ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ. ທ່ານ​ປະ​ທານ​ປະ​ເທດ​ປາດ​ຖະ​ຫນາ​ວ່າ ບັນ​ດາ​ພະ​ນັກ​ງານ, ລັດ​ຖະ​ກອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຫນ້າ​ທີ່​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ ທີ່​ເຄີຍ​ຕິດ​ພັນ​ກັບ​ຊີ​ວິດ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ.

ໃນ​ວັນ​ທີ 2/9 ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ​ອຸ​ດົມ​ສົມ​ບູນ​ຫລາຍ​ຢ່າງ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ບຸນ​ໃຫຍ່​ຂອງ​ຊາດ. ພິ​ເສດ ຢູ່ 3 ນະ​ຄອນ​ໃຫຍ່​ຄື: ຮ່າ​ໂນ້ຍ, ດາ​ຫນັງ ແລະ ນະ​ຄອນ ໂຮ່​ຈ​ິ​ມີນ, ມະ​ຫາ​ຊົນ​ໄດ້​ຮັບ​ຊົມ​ການ​ຍິງບັ້ງ​ໄຟ​ດອກ​ທີ່​ງາມ​ຕາ ແລະ ບັນ​ດາ​ລາຍ​ການ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ຕອນ​ຄ່ຳ​ວັນ​ດຽວ​ກັນ ຢູ່ ຮ່​າ​ໂນ້ຍ ໄດ້​ດຳ​ເນີນ​ລາຍ​ການ​ສິ​ລະ​ປະ​ພິ​ເສດ ດ້ວຍ​ຫົວ​ຂໍ້​ວ່າ: “ຫວຽດ​ນາມ ຍຸກ​ສະ​ໄຫມ​ໂຮ່​ຈິ​ມີນ” ເພື່ອ​ແນະ​ນຳ​ໂດຍ​ສັງ​ເຂບ​ໄລ​ຍະ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ປະ​ຕິ​ວັດ​ທີ່​ຫຍຸ້ງ​ຍາກລຳ​ບາກເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ; ສະ​ແດງ​ອາ​ລົມ​ຈິດ ແລະ ສິ​ນ​ທຳ ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸ​ນ​ຕໍ່​ລຸ້ນ​ພໍ່​ລຸ້ນ​ອ້າຍ​ທີ່​ໄດ້​ອຸ​ທິດ​ສ່ວນ, ເສຍ​ສະ​ຫລະ​ໃຫ້​ແກ່​ພາ​ລະ​ກິດ​ປະ​ຕິ​ວັດ.

ເນື່ອງ​ໃນ​ໂອ​ກາດນີ້ ຢູ່ ແຂວງ ກວ໋າງ​ຈີ້, ອານ​ຢາງ, ຈາ​ວີງ ແລະ​ຫລາຍ​ທ້ອງ​ຖິ່ນ, ນະ​ຄອນ​ອື່ນໆ​ໃນ​ທົ່ວ​ປະ​ເທດ​ກໍ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຟົດ​ຟື້ນ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງ ວັນ​ຊາດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ