(vovworld) - ສະເຫຼີມສະຫຼອງ 70 ປີ ແຫ່ງວັນຊາດ 2/9, ສູນຄົ້ນຄ້ວາຫວຽດນາມ ແລະ ອາຊຽນ, ສັງກັດສະຖາບັນຕາເວັນອອກໄກ - ສະຖາບັນມະຫາບັນດິດວິທະຍາສາດລັດເຊຍ ໄດ້ພິມຈຳໜ່າຍປຶ້ມວິທະຍາສາດຫົວໃໝ່, ນັ້ນແມ່ນປຶ້ມຄົ້ນຄ້ວາ “ຫວຽດນາມ ໃນປະຈຸບັນ“ ປຶ້ມຫົວນີ້ໜາກວ່າ 350 ໜ້າ, ໃນແຕ່ລະຫົວຂໍ້, ບັນດາຜູ້ຂຽນ ໄດ້ລວບລວມ ແລະ ເພີ່ມເຕີມບັນດາກິດຈະກຳຄົ້ນຄ້ວາໃໝ່ສຸດ ທີ່ສ່ອງແສງບັນດາຜົນງານ ກໍ່ຄືບັນດາບັນຫາທີ່ພວມດຳເນີນຢູ່ຫວຽດນາມ ໃນປະຈຸບັນ.
ໃນຂະນະນັ້ນ, ສະຖານທູດຫວຽດນາມ ໄດ້ສົມທົບກັບປະຊາຄົມຊາວຫວຽດນາມ ຢູ່ ຢູແກຼນ ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອທົບທວນຄືນມູນເຊື້ອອັນສະຫງ່າລາສີ ແລະ ເອກອ້າງທະນົງໃຈຂອງປະເທດຊາດ, ກໍ່ຄືຂອງບັນດາຂະແໜງສຳຄັນຂອງຫວຽດນາມ ໃນພາລະກິດຕໍ່ສູ້, ປົກປັກຮັກສາ ແລະ ສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີ ແລະ ສວຍງາມ. ຢູ່ນະຄອນທ່າ Odessa, ສະຖານທູດຫວຽດນາມ ປະຈຳ ຢູແກຼນ ສົມທົບກັບບັນດາສະມາຄົມຊາວຫວຽດນາມ ຢູ່ ຢູແກຼນ ຈັດຕັ້ງງານໂຮມຊຸມນຸມ, ແຂ່ງຂັນກິລາ, ສະແດງສິລະປະເພື່ອຊົມເຊີຍ 70 ປີແຫ່ງວັນການປະຕິວັດເດືອນ 8 ແລະ ວັນຊາດ 2/9.