ການເຄື່ອນໄຫວເນື່ອງໃນໂອກາດວັນຄົນພິການຫວຽດນາມ (18/4)

ການເຄື່ອນໄຫວເນື່ອງໃນໂອກາດວັນຄົນພິການຫວຽດນາມ (18/4) - ảnh 1
ສູນສອນວິຊາຊິບໃຫ້ຄົນພິການນະຄອນວິງ ຈັດການສະແດງສິລະປະ
ເນື່ອງໃນໂອກາດວັນຄົນພິການຫວຽດນາມ

Vovworld- ປະຈຸ​ບັນ​ຢູ່ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ, ພວມ​ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ມຸ່ງ​ໄປ​ສູ່​ວັນ​ຄົນ​ພິການ​ຫວຽດນາມ (18/4). ຢູ່​ນະຄອນ ​ໂຮ່ຈິ​ມິນ, ສະຫະພັນ​ແມ່ຍິງ ​ແລະ ສະມາຄົມ​ຊ່ວຍ​ເຫຼືອ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ​ນະຄອນ ​ໄດ້​ຈັດການ​ພົບ​ປະ​ສັງ​ສັນ​ກັບ​ແມ່ຍິງ​ພິການ​ກ່ວາ 200 ຄົນ​ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ບັນດາ​ເອື້ອຍ​ນ້ອງ​ແມ່ຍິງພິການ​ທີ່​ພວມ​ດຳລົງ​ຊີວິດ​​ໃນ​ບໍລິ​ເວນ​ນະຄອນ. ສະຫະພັນ​ແມ່ຍິງນະຄອນ​ໂຮ​ຈິ​ມິນ​ໄດ້​ມອບ​ຂອງຂວັນ 200 ພູດ, ດ້ວຍ​ມຸນ​ຄ່າພູດ​ລະ​ 5 ​ແສນ​ດົ​ງ​ໃຫ້​ແກ່​ແມ່ຍິງ​ພິການ ​ແລະ ມອບ​ເງິນ 100 ລ້ານ​ດົງ​ໃຫ້​ແກ່​ແມ່ຍິງ​ພິການ​ທີ່​ທຸກ​ຍາກ 25 ຄົນ​ເພື່ອ​ພັດທະນາ​ເສດຖະກິດ​ຄອບຄົວ. ສ່ວນ​ອົງການຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ​ໄດ້​ຈັດ​ວັນ​ບຸນ​ວຽກ​ເຮັດ​ງານ​ທຳ​​ເຈືອ​ຈານ​ກັບ​ຄົນ​ພິການ​ຄັ້ງ​ທີ 1 ປີ 2012, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມຂອງວິ​ສາ​ຫະກິດ, ສູນ​ໃຫ້​ຄຳ​ປຶກສາ​ແນະນຳ​ວຽກ​ເຮັດ​ງານ​ທຳ, ຮາກ​ຖານ​ຜະລິດ​ຂອງ​ຄົນ​ພິການ​ລວມ 35 ຫົວໜ່ວຍ. ​ເນື່ອງ​ໃນ​ໂອກາດ​ນີ້, ອົງການຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ​ໄດ້​ມອບ​ຂອງ​ຂັວນ​ໃຫ້​​ແກ່ຊາວ​ໜຸ່ມ​ພິການ 21 ຄົນທີ່​ມີ​ສະພາບ​ຫຍຸ້ງຍາກ( ຂອງຂວັນ​ແຕ່​ລະ​ພູດ​ມີ​ມຸນ​ຄ່າ 1 ລ້ານ​ດ​ົງ) ​ແລະ​ຈັດ​ພິທີ​ສະ​ເໜີ​ຕົວ​ສູນ​ໃຫ້​ຄຳ​ປຶກສາ ​ແລະ ໜູນ​ຊ່ວຍ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງຄົມ​ໃຫ້​ແກ່​ຄົນ​ພິການ​ຮ່າ​ໂນ້ຍ.
ຂ່າວ/ບົດ​ອື່ນ