ການເຄື່ອນໄຫວເບິ່ງແຍງດູແລ,ອວຍພອນບຸນເຕັດປະຊາຊົນ

ການເຄື່ອນໄຫວເບິ່ງແຍງດູແລ,ອວຍພອນບຸນເຕັດປະຊາຊົນ - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ
ພາບ:suckhoedoisong

(vovworld)-ຕອນ​ເຊົ້າ​ວັນ​ທີ 19/02, ກົງ​ກັບ​ວັນ​ທີ 1 ຂອງ​ບຸນ​ເຕັດ, ​ເມື່ອ​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນບ​ຸນ​ເຕັດ ພະ​ນັກ​ງານ, ນັກ​ຮົບ​ຕຳ​ຫລວດ​ນະ​ຄອນ ດາ​ຫນັງ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ເນັ້ນ​ຫນັກ​ວ່າ: ປີ 2015 ແມ່ນ​ປີ​ທີ່​ປະ​ເທດ​ຊາດ​ສະ​ເຫລີມ​ສະ​ຫລອງ​ຫລາຍ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ແມ່ນ​ປີ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ກຳ​ລັງ​ຕຳ​ຫລວດ ນະ​ຄອນ ດາ​ຫນັງ ຄວນ​ສືບ​ຕໍ່​ສຳ​ເລັດ​ບັນ​ດາ​ຫນ້າ​ທີ່, ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ການ​ເມືອງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ນະ​ຄອນ ເວົ້າ​ສະ​ເພາະ ແລະ ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເວົ້າ​ລວມ.

ຕອນ​ຄ່ຳ​ວັນ​ດຽວ​ກັນ, ນະ​ຄອນ ເກີນ​ເທີ ກໍ​ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ. ນະ​ທີ່ນີ້ ຄະ​ນະ​ຊີ້​ນຳ​ເຂດ​ ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ​້ມອບ​ຂອງ​ຂວັນ 250 ພູດ ໃຫ້​ແກ່​ບັນ​ດາ​ກຳ​ມະ​ກອນ​ທີ່​ທຸກ​ຍາກ ຢູ່ 4 ແຂວງ ເກີນ​ເທີ, ຫວີງ​ລອງ, ຊອກ​ຈັງ ແລະ ເຫົ້າ​ຢາງ ແລະ ນັກ​ຮົບ​ເກົ່າ​ນະ​ຄອນ ເກີນ​ເທີ. ທ່ານ​ເລ​ວັນ​ເນບ, ນັກ​ຮົບ​ເກົ່າ​ນະ​ຄອນ ເກີນ​ເທີ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ ເມື່ອ​ໄດ້​ເຫັນ​ວ່າ ພັກ ແລະ ລັດ ຍາມ​ໃດ​ກ​ໍ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ນັກ​ຮົບ​ເກົ່າ​ທີ່​ທຸກ​ຍາກ. ຂອງ​ຂວັນ​ໄດ້​ຮັບ​ໃນ​ມື້ນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ປີ​ໃຫມ່ ມີ​ຊີ​ວິດ​ອີ່ມ​ໜຳ​ສຳ​ລານກວ່າ.”

 

ຂ່າວ/ບົດ​ອື່ນ