(vovworld) - ຕອນເຊົ້າວັນທີ 03 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ພ້ອມກັບການນຳສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ຫວຽດນາມ ແລະ ການນຳແຂວງບັກຢາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແກ່ຄອບຄົວຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ທີ່ປະສົບກັບຄວາມຫຍຸ້ງຍາກແຂວງບັກຢາງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢືນຢັນວ່າ ຍາມໃດພັກ ແລະ ລັດ ກໍເອົາໃຈໃສ່ເປັນພິເສດເຖິງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢືນຢັນວ່າ.
“ຕາມຕົວເລກສະຖິຕິໃນເບື້ອງຕົ້ນ, ປະຈຸບັນມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ປະມານ 200.000 ຄົນລຸ້ນ 1, ລຸ້ນ 2 ແລະ ລຸ້ນ 3 ໄດ້ຮັບເງິນອຸດໜູນ ແຕ່ປະຈຸບັນມີຈຳນວນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນທັງໝົດ 3 ລ້ານຄົນ ສະນັ້ນ ການເບິ່ງແຍງດູແລຍັງມີສິ່ງທ້າທາຍນາໆປະການ. ພັກ, ລັດ ປະກາດຫຼາຍນະໂຍບາຍ ແລະ ໃນມໍ່ໆມານີ້ໄດ້ມອບໝາຍໃຫ້ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ສ້າງສຳເລັດລະບຽບການພິຈາລະນາຢັ້ງຢືນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ໃນໄຕມາດທີ 3 ນີ້ ຈະປະກາດໃຊ້ເພື່ອພິຈາລະນາບັນດາກໍລະນີທີ່ຍັງເຫຼືອ”.
ກ່ຽວຂ້ອງເຖິງການເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ, ຕອນເຊົ້າວັນທີ 03 ສິງຫາ ຢູ່ນະຄອນໂຮ່ຈິມິນ, ມີສະມາຊິກອາສາສະມັກຂອງສະພາກາແດງນະຄອນໂຮ່ຈິມິນ 5.000 ຄົນໄດ້ເຂົ້າຮ່ວມການຍ່າງສະໜັບສະໜູນວັນ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ ແລະ ຄົນພິການຫຍຸ້ງຍາກ” ປີ 2013. ລາຍການນີ້ແມ່ນເພື່ອແນໃສ່ໂຄສະນາກ່ຽວກັບເຫດການ 52 ປີແຫ່ງຊກນາດຕະກຳທາດພິດສີສົ້ມດີໂອຊີນຢູ່ຫວຽດນາມ ເຖິງປະຊາຊົນທົ່ວປະເທດ. ຈາກນັ້ນ, ສືບຕໍ່ຂົນຂວາຍກອງທຶນແບິ່ງແຍງ, ໜູນຊ່ວຍໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ.