ການເຈລະຈາກ່ຽວກັບຊີຣີຈະສືບຕໍ່ດຳເນີນໃນວັນທີ 9/4

ການເຈລະຈາກ່ຽວກັບຊີຣີຈະສືບຕໍ່ດຳເນີນໃນວັນທີ 9/4 - ảnh 1
ທ່ານ Staffan de Mistura ທູດ​ພິ​ເສດ ສ​ປ​ຊ ກ່ຽວ​ກັບ​ຊີ​ຣີ
(ພາບ: UN Photo/Jean-Marc Ferré)

(vovworld)- ​ວັນ​ທີ 24/3,  ທ່ານ, Staffan de Mistura ທູດ​ພິ​ເສດ ສ​ປ​ຊ ກ່ຽວ​ກັບ​ຊີ​ຣີ ໃຫ້​ຮູ້​ວ່າ: ຈະ​ວາງ​ຄາດ​ໝາຍ​ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຊີ​ຣີ ໃນ​ວັນ​ທີ 9/4 ຈະ​ມາ​ເຖິງ ໂດຍບໍ່​ຫົວ​ຊາ​ຕໍ່​ ເລື່ອງ ລັດ​ຖະ​ບານ ສະ​ເຫນີ​ເລື່ອນ​ເວ​ລາ​ຈົນ​ເຖິງ ພາຍ​ຫລັງ​ປະ​ເທດນີ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 13/4. ກ່າວ​ຄຳ​ເຫັນ​ຕໍ່ນັກ​ຂ່າວ, ທ່ານ Mistura ຊີ້​ແຈ້ງວ່າ “ ການ​ເລືອກ​ຕັ້ງ​ຫນຶ່ງ​ດຽວ​ຊື່ງ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ໄດ້​ອະ​ນຸ​ຍາດ​​ໃຫ້ວິ​ຈານ ນັ້ນ​ແມ່ນ​ບັນ​ດາ​ການ​ເລືອກ​ຕັ້ງ​ໂດຍ ສ​ປ​ຊ ຕິດ​ຕາມກວດ​ກາ.” ຕາມ​ທ່ານ Mistura ແລ້ວ, ຈຸດ​ສຸມ​ຂອງ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຕິ​ພາບ​ໃຫ້​ແກ່ ຊີ​ຣ​ີ ໃນ​ເດືອນ 4 ຈະ​ມາ​ເຖິງ ຈະ​ແມ່ນ​ບັນ​ຫາ​​ມອບ​ໂອນສິດ​ອຳ​ນາດ​ການ​ເມືອງ. ທ່ານ ກໍ​ໃຫ້​ຮູ້​ຕື່ມ​ອີກວ່າ:  ສອງ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຂອງ ຊີ​ຣີ ບໍ່​ໄດ້​ປະ​ຕິ​ເສດ​ເອ​ກະ​ສານ​ຊື່ງ ທ່ານ​ໄດ້​ຮຽບ​ຮຽງ, ໃນ​ນັ້ນ ກຳ​ນົດ​ບັນ​ດາ​ຫລັກ​ການ​ຊີ້​ນຳ​ບັນ​ດາ​ການ​ເຈ​ລ​ະ​ຈາ.

ຂ່າວ/ບົດ​ອື່ນ