ການເຈລະຈາດ້ານການຄ້າລະຫວ່າງອັງກິດ - EU ຍັງຄົງດຳເນີນໄປຄືຕາມແຜນການ
(VOVWORLD) -ວັນທີ 27 ມີນາ, ອັງກິດປະກາດວ່າບັນດາການເຈລະຈາກ່ຽວກັບການຄ້າລະຫວ່າງປະເທດນີ້ກັບສະຫະພາບເອີລົບ (EU) ຍັງຄົງຈະດຳເນີນຕາມແຜນການໃນທ້າຍອາທິດໜ້າ, ເຖິງວ່າທ່ານBoris Johnsonນາຍົກລັດຖະມົນຕີອັງກິດ ແລະ ທ່ານ Michel Barnierຫົວໜ້າຄະນະເຈລະຈາຂອງ EU ລ້ວນແຕ່ຢັ້ງຢືນວ່າ ໄດ້ຕິດເຊື້ອພະຍາດໂຄວິດ - 19.
ທ່ານBoris Johnsonນາຍົກລັດຖະມົນຕີອັງກິດ (ພາບ: TTXVN) |
ໂຄສົກຂອງທ່ານ ນາຍົກລັດຖະມົນຕີອັງກິດ Johnsonໃຫ້ຮູ້ວ່າຝ່າຍອັງກິດບໍ່ມີຈຸດປະສົງຢາກປ່ຽນແປງຕາຕະລາງການເຈລະຈາແລະກອງປະຊຸມຂອງຄະນະກຳມະການເຈລະຈາລວມຂອງສອງຝ່າຍຍັງຄົງຈະດຳເນີນໃນວັນທີ 30 ມີນາຄືໄດ້ກຳນົດໄວ້. ໃນກອງປະຊຸມນີ້, ທ່ານMichael Goveລັດຖະມົນຕີ ຫົວໜ້າຫ້ອງວ່າການ ຄະນະລັດຖະບານອັງກິດຈະເປັນປະທານກອງປະຊຸມດ້ວຍເນື້ອໃນຕົ້ນຕໍແມ່ນຕີລາຄາລວມການຜັນຂະຫຍາຍ, ນຳໃຊ້ແລະອະທິບາຍຂໍ້ຕົກລົງຖອນຕົວ, ກໍ່ຄືຊອກຫາວິທີການແກ້ໄຂທຸກໆຂໍ້ຄົງຄ້າງທີ່ເກີດຈາກມາຂໍ້ຕົກລົງ. ຝ່າຍອັງກິດພວມຄິດໄລ່ຊັ່ງຊາຮູບການຈັດກອງປະຊຸມທາງອອນລາຍ ຫຼືປະຊຸມຜ່ານການເຊື່ອມຕໍ່ທາງໂທລະສັບ.