ການເຈລະຈາລະຫວ່າງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝຣັ່ງ ແລະ ຄູ່ຕຳແໜ່ງ ອີຣານ ຢູ່ ວຽນນາ
(ພາບ: AFP/TTXVN)
|
(vovworld) - ວັນທີ 28/6, ຜູ້ຕາງໜ້າຂັ້ນສູງສະຫະພາບ ເອີລົບ (EU) ກ່ຽວກັບນະໂຍບາຍການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ທ່ານນາງ Federica Moghenrini ໃຫ້ຮູ້ວ່າ: ການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແມ່ນ ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ອາດສາມາດບັນລຸ ຂໍ້ຕົກລົງໄດ້. ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອໄປຍັງນະຄອນຫຼວງ ວຽນນາ, ປະເທດ ໂອຕຣິດ ເພື່ອເຂົ້າຮ່ວມການເຈລະຈາ, ທ່ານນາງ Federica Moghenrini ໃຫ້ຮູ້ວ່າ: ຖ້າຫາກມີຄວາມຈຳເປັນອາດຈະແກ່ຍາວກຳນົດເວລາສຸດທ້າຍຂອງການເຈລະຈາແມ່ນວັນທີ 30/6 ຕື່ມອີກ 2, 3 ວັນເພື່ອບັນລຸໄດ້ຂໍ້ຕົກລົງທີ່ມີຄຸນນະພາບ. ທ່ານນາງ Federica Moghenrini ຮັບຮູ້ວ່າ: ການເຈລະຈາພວມດຳເນີນໄປຢ່າງເຄັ່ງຕຶງ, ແຕ່ບໍ່ມີຄວາມໝາຍວ່າບັນດາຝ່າຍຈະບໍ່ສາດມາດບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ຽວກັບໂຄງການນິວເຄຼຍທີ່ກໍ່ຄວາມໂຕ້ຖຽງກັນຂອງ ອີຣານ.