ໂຮງງານໄຟຟ້ານິວເຄຼຍ Bushehr ຂອງ Iran
(ພາບ: Reuters)
|
(vovworld) - ພາຍຫຼັງ ບັນລຸໄດ້ຂໍ້ຕົກລົງແມ່ຢູ່ Lausanne, ປະເທດສະວິດ 3 ອາທິດ, ວັນທີ 22/4, ຢູ່ນະຄອນຫຼວງ ວຽນ, ປະເທດ ສະວິດ, ກຸ່ມ P5+1 ແລະ ອີຣານ ໄດ້ເຊື່ອມຕໍ່ຄືນໃໝ່ບັນດາການເຈລະຈາເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຮອບດ້ານສຸດທ້າຍກ່ອນຈຸດເວລາກຳນົດທີ່ຄາດຄະເນໄວ້ໃນເດືອນ 6 ຈະມາເຖິງ. ຕາມວົງການຜູ້ສັງເກດການແລ້ວ, ການເຈລະຈາຄັ້ງໃຫມ່ຈະຫຍຸ້ງຍາກຫຼາຍ. ການເຈລະຈາຄັ້ງນີ້ຄາດວ່າຈະແກ່ຍາວຢ່າງໜ້ອຍສຸດແມ່ນ 2 ວັນ, ແມ່ນຮອບເຈລະຈາທຳອິດນັບແຕ່ວັນທີ 2/4, ເຊິ່ງແມ່ນວັນສິ້ນສຸດການເຈລະຈາຢູ່ Lausanne. ຜູ້ຕາງໜ້າຂອງສະຫະພາບ ເອີລົບ (EU) Helga Schmidt ມີການໂອ້ລົມສົນທະນາກັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອີຣານ Abbas Araghchi ແລະ ຫຼັງຈາກນັ້ນ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາເມລິກາ Wendy Sherman ກໍ່ຈະເຂົ້າຮ່ວມການພົບປະຄັ້ງນີ້. ການພົບປະຖືກດຳເນີນໄປກ່ອນການປະຊຸມຮ່ວມຂອງ ອີຣານ ກັບບັນດາຜູ້ຕາງໜ້າຂອງກຸ່ມ P5+1. ຈຸດປະສົງຂອງການເຈລະຈານີ້ແມ່ນບັນລຸໄດ້ຂໍ້ຕົກລົງໃນນັ້ນ ອີຣານ ໃຫ້ຄຳໝັ້ນສັນຍາປະລະຄວາມມັກໃຫຍ່ໄຟສູງດ້ານນິວເຄຼຍເພື່ອຈຸດປະສົງດ້ານການທະຫານ ແທນທີໄດ້ຮັບການຍົກເລີກຄຳສັ່ງລົງໂທດຈາກສາກົນ.