ການເຈລະຈານິວເຄຼຍຮອບໃຫມ່ລະຫວ່າງອີຣານແລະກຸ່ມP5+1
ຮາກຖານນິວເຄຼຍຂອງ ອີຣານ
ພາບ:internet
|
(vovworld)- ແຕ່ວັນທີ 16-20/6, ອີຣານ ແລະ ກຸ່ມ P5+1 ໄດ້ກ້າວເຂົ້າສູ່ການເຈລະຈາຮອບທີ 5 ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ເພື່ອຮຽບຮຽງຂໍ້ຕົກລົງສຸດທ້າຍ. ກ່ອນຫນ້ານັ້ນ, ອີຣານ ໄດ້ເຈລະຈາສອງຝ່າຍກັບບັນດາປະເທດໃນກຸ່ມ P5+1 ຄື: ອາເມລິກາ, ລັດເຊຍ, ຝລ່ັງ, ເຢຍລະມັນ ເພື່ອຮັດແຄບຄວາມບໍ່ລົງລອຍກັນລະຫວ່າງບັນດາຝ່າຍ ແລະ ເພື່ອມີເວລາຕື່ມອີກກ່ອນທີ່ດຳເນີນຮອບເຈລະຈາຂັ້ນສູງ. ຫົວຫນ້າຄະນະຜູ້ແທນ ອີຣານ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi ເນັ້ນຫນັກວ່າ: ທຸກຝ່າຍລ້ວນແຕ່ເຫັນດີກ້າວໄປເຖິງການລົງນາມໃນຂໍ້ຕົກລົງນິວເຄຼຍຄັ້ງສຸດທ້າຍ. ອີຣານ ແລະ ກຸ່ມ P5+1 ວາງຈຸດໝາຍບັນລຸຂໍ້ຕົກນິວເຄຼຍຍາວນານກ່ຽວກັບບັນດາການເຄື່ອນໄຫວປະລະມານູທີ່ກໍ່ຄວາມຖົກຖຽງຂອງອີຣານ ໃນເດືອນ 7/2014.