ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອີຕາລີ ຄັ້ງທີ 2
ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອີຕາລີ ຄັ້ງທີ 2
(ພາບ: vietnamplus.vn)
(vovworld) - ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອີຕາລີ ຄັ້ງທີ 2 ຖືກດຳເນີນໃນຂອບເຂດການຢ້ຽມຢາມອີຕາລີ ໃນລະຫວ່າງວັນທີ 27 – 30/04 ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ. ພົນໂທ ຫງວຽນຈິ໋ວິ້ງ ແລະ ທ່ານ Domenico Rossi ລັດຖະມົນຕີກະຊວງປ້ອງກັນປະເທດສ.ອີຕາລີ ໄດ້ເປັນປະທານການເຈລະຈາ. ທີ່ການເຈລະຈາ, ທ່ານ Domenico Rossi ຢືນຢັນການສະໜັບສະໜູນຂອງລັດຖະບານອີຕາລີສຳລັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ. ສ່ວນ ພົນໂທ ຫງວຽນຈິ໋ວິ້ງ ຖືວ່າ, ກະຊວງປ້ອງກັນປະເທດຂອງ 2 ປະເທດຕ້ອງເພີ່ມທະວີກົນໄກຮ່ວມມືຢ່າງມີປະສິດທິຜົນ, ແທດຈິງກວ່າໃນໄລຍະຈະມາເຖິງ. ຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ແລະ ເປີດກວ້າງການຮ່ວມມືດ້ານພະລາທິການ, ເສນາຮັກ, ບຳລຸງສ້າງກັບອີຕາລີ…