ການເຈລະຈາສັນຕິພາບຊີຣີຈະສືບຕໍ່ດຳເນີນໃນອາທິດຈະມາເຖິງ

ການເຈລະຈາສັນຕິພາບຊີຣີຈະສືບຕໍ່ດຳເນີນໃນອາທິດຈະມາເຖິງ - ảnh 1
ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊ​ີ​ຣີ Staffan de Misrura
(ພາບ: AFP/TTXVN)


(vovworld) - ວັນ​ທີ 21/04, ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຊ​ີ​ຣີ Staffan de Misrura ໃຫ້​ຮູ້​ວ່າ, ບັນ​ດາ​ການ​ເຈ​ລະ​ຈາ​ ຈະ​ໄດ້​ສືບ​ຕໍ່​​ຈັດ​ຕັ້ງ​ໃນ​ອາ​ທິດ​ຈະ​ມາ​ເຖິງ ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ​ຝ່າຍ​ຄ້ານ​ຕົ້ນ​ຕໍ​ຂອງ​ຊີ​ຣີ ຕົກ​ລົງ​​ຖອນອອກ​ຈາກ​ໂຕະເຈ​ລະ​ຈາ​ກ່ອນ​ນັ້ນ. ໃນ​ການ​ຕອບ​ສຳ​ພາດ​ຕໍ່​ຊ່ອງ​ກະ​ຈາ​ຍ​ສຽງ​ວິ​ທະ​ຍຸ - ໂທ​ລະ​ພາບ​ສະ​ວິດ RTS, ທ່ານ Misrura ເນັ້ນ​ໜັກ​ວ່າ ຕ້ອງ​ສືບ​ຕໍ່​ວິ​ວັດ​ການ​ເຈ​ລະ​ຈາ, ແກ່​ຍາວ​ຄຳ​ສັ່ງ​ຢຸດ​ຍິງ ແລະ ທ່ານ “ຈະ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ໜູນ​ຊ່ວຍ​ພົບ​ປະ”. ນອກນັ້ນ, ທ່ານ Misrura ຍັງ​ໃຫ້​ຮູ້​ຕື່ມ​ອີກວ່າ, ພາຍ​ຫຼັງ​​ການ​ປະ​ທະ​ກັນ​ແກ່​ຍາວ​ມາ​ເປັນ​ເວ​ລາ​ກວ່າ 5 ປີ, ໄດ້​ເຮັດ​ໃຫ້​ 400.000 ຄົນ​ເສຍ​ຊີ​ວິດ, ສູງກວ່າ​ ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດກ່ອນນັ້ນຫຼາຍ​ທີ່​ສຸດ (ແມ່ນ​ແຕ່ 250.000 – 300.000 ຄົນ).

ຂ່າວ/ບົດ​ອື່ນ