ການເຈລະຈາຮອບທີ 4 ສັນຍາການຄ້າເສລີ ຫວຽດນາມ ສະຫະພາບເອີລົບ
ພາບ:internet
|
(vovworld)-ຕອນບ່າຍວັນທີ 5/7, ການເຈລະຈາຮອບທີ 4 ສັນຍາການຄ້າເສລີ ຫວຽດນາມ ສະຫະພາບເອີລົບ(EVFTA) ດຳເນີນໄປແຕ່ວັນທີ 1-5/7/2013 ຢູ່ ບຣຸກແຊນ ປະເທດແບບຊີກ ໄດ້ອັດລົງ. ທ່ານ ເຈີນກວກແຄງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ຫົວຫນ້າຄະນະເຈລະຈາຂອງລັດຖະບານກ່ຽວກັບເສດຖະກິດ ແລະ ການຄ້າສາກົນ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ຝ່າຍ ອີຢູ ໂດຍທ່ານ Mauro Petriccone ຫົວຫນ້າກົມເອີລົບຕາເວັນອອກ, ອາຊີ ແລະ ທະວີບໂອເຊອານີ ນຳຫນ້າ. ເມື່ອ ສິ້ນສຸດການການເຈລະຈາ, ສອງຝ່າຍບັນລຸໄດ້ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທັດສະນະ, ວິທີສຳພັດ, ລະດັບມຸ້ງຫວັງຂອງຄູ່ຮ່ວມມື, ສ້າງປະຖົມປັດໃຈອັນຫນັກແຫນ້ນໃຫ້ແກ່ການຊອກຫາມາດຕະການເພື່ອຫລຸດຜ່ອນຄວາມແຕກຕ່າງກັນ, ມຸ້ງໄປເຖິງເປັນເອກະພາບບັນດາເນື້ອໃນສັບສົນເພື່ອໃຫ້ເໝາະສົມກັບພຶດຕິກຳ, ກຳລັງຄວາມສາມາດຂອງແຕ່ລະຝ່າຍ. ນີ້ກໍແມ່ນພື້ນຖານສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ທາບທາມຄຳເຫັນພາຍໃນປະເທດ, ກ້າວໄປເຖິງການເຈລະຈາຢ່າງເລິກເຊິ່ງ ແລະ ລະອຽດກວ່າໃນການເຈລະຈາຮອບຕໍ່ໄປ.