ການເຈລະຈາ ອາຊຽນ - ອີນເດຍ ຄັ້ງທີ 4
( vovworld ) - ໃນຂອບເຂດບັນດາການເຄື່ອນໄຫວຮ່ວມ ເພື່ອມຸ່ງໄປສູ່ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງສາຍພົວພັນຄູ່ຮ່ວມມືຄູ່ເຈລະຈາໃນປີ 2012 ແລະ 10 ປີແຫ່ງກອງປະຊຸມສຸດຍອດລະຫວ່າງ ອາຊຽນ ແລະ ອີນເດຍ ນັ້ນຢູ່ນະຄອນຫຼວງ New Delhi ຂອງ ອີນເດຍ ຫາກໍ່ຈັດຕັ້ງ “ ການເຈລະຈາ Delhi ອາຊຽນ - ອີນເດຍ ” ຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ ສາຍພົວພັນຄູ່ຮ່ວມມືເພື່ອສັນຕິພາບ, ວັດຖະນາຖາວອນ ແລະ ໝັ້ນຄົງ ”. ແຈ້ງການໜັງສືພິມໃນວັນທີ 14/2 ຂອງຄະນະເລຂາ ອາຊຽນ ໃຫ້ຮູ້ວ່າ ສອງຝ່າຍສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວກັບແງ່ຫວັງ ແລະ ການທະທາຍຂອງວິວັດການເຊື່ອມໂຍງດ້ານເສດຖະກິດ, ບັນຫາອາດສະຍາກຳຂ້າມຊາດ ແລະ ຍຸດທະສາດຮັບມື, ໂຄງປະກອບຄວາມສະຫງົບປອດໄພໃນພາກພື້ນອາຊີ - ປາຊີຟິກ ການສ້າງເຄືອຄ່າຍພູມບັນຍາ ແລະ ວິທະຍາສາດ. ຄວນຍົກການພົວພັນຄູ່ເຈລະຈາ ອາຊຽນ - ອີນເດີຍ ຂື້ນສູ່ລະດັບຍຸດທະສາດ.