ການເດິນຂະບວນສະໜັບສະໜູນ ປະທານາທິບໍດີ Venezuela

ການເດິນຂະບວນສະໜັບສະໜູນ ປະທານາທິບໍດີ Venezuela - ảnh 1
ສະໜັບສະໜູນ​ປະທານາທິບໍດີ Hugo Chevez
(ພາບ:baomoi.com)

( vovworld ) ວັນ​ທີ 10/3, ປະຊາຊົນ​ໃນ​ທົ່ວ​ປະ​ເທດ Venezuela ນັບ​ພັນໆ​ຄົນ ​ໄດ້​ລົງ​ຖະໜົ​ນ​​ເດີນ​ຂະ​ບວນ​ ສະ​ແດງ​ການສະໜັບສະໜູນ​ປະທານາທິບໍດີ Hugo Chevez ​ໃນ​ສະພາບ​ການ​ທີ່​ການ​ນຳຜູ້​ເດີນຕາມ​​ແນວ​ທາງ​ຝ່າຍ​ຊ້າຍ ພວມ​ຢູ່ໃນ​ວິວັດການ​ຟື້ນ​ຟູ​ສຸຂະພາບ ພາຍຫຼັງ​ການຜ່າຕັດ​ໂລກ​ມະ​ເລັງ​ຢູ່​ປະ​ເທດ ກູ​ບາ. ທ່ານ​ຮອງປະທານາທິບໍດີ Elinas Jauna ​ໄດ້ອ່ານ​ສານ​ຂອງປະທານາທິບໍດີ Hugo Chevez ຕໍ່ໜ້າ​ມະຫາຊົນ ຊື່​ງ​ໄດ້ນຳ​ສະ​ເໜີ​ໃນ​ເວ​ບ​ໄຊ​ສະ​ເພາະ Twitter ຂອງ​ທ່ານ, ​ໃນ​ນັ້ນການ​ນຳ​ຜູ້​ນີ້​ໄດ້​ສືບ​ຕໍ່​ຮຽກຮ້ອງ​ໃຫ້ສ້າງ​ລັດທິ​ສັງຄົມ​ນິຍົມ​ຢູ່ Venezuela.

 

ຂ່າວ/ບົດ​ອື່ນ