ການເລືອກຕັ້ງທົ່ວປະເທດ ໄທຈະດຳເນີນຕາມແຜນ
ທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ
(ພາບ: AFP-TTXVN)
(vovworld)- ນີ້ແມ່ນຂ່າວໄດ້ປະກາດທີ່ການປະຊຸມຂ່າວເມື່ອວັນທີ 28/1, ພາຍຫຼັງການພົບປະລະຫວ່າງທ່ານນາງນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ແລະ ທ່ານປະທານຄະນະກຳມະການເລືອກຕັ້ງ ສົມຊາຍ ເພື່ອປຶກສາຫາລ່ກ່ຽວກັບຄວາມສາມາດໂຈະການເລືອກຕັ້ງທົ່ວປະເທດໄວ້. ການປະຊຸມຂ່າວດຳເນີນໄປໃນສະພາບການທີ່ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄດ້ປິດລ້ອມສະໂມສອນກອງ ທັບຢູ່ຊານນະຄອນຫຼວງບາງກອກ ຊື່ງແມ່ນສະຖານທີ່ຈັດຕັ້ງການປະຊຸມ ເພື່ອຮຽກຮ້ອງໃຫ້ທ່ານນາງນາຍົກລັດຖະມົນຕີໄທ ຈົ່ງລາອອກຈາກຕຳແໜ່ງ ກ່ອນທີ່ຈັດບໍ່ວ່າການເລືອກຕັ້ງຄັ້ງໃດ. ໃນຂະນະນັ້ນ, ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການປະຊຸມຄະນະລັດຖະບານປະຈຳອາທິດໃນວັນທີ 28/1, ທ່ານຮອງນາຍົກລັດຖະມົນຕີໄທ ສຸຣາພົງ ຊີ້ແຈງວ່າ: ລັດຖະບານຊົ່ວຄາວຢາກໃຫ້ການເລືອກຕັ້ງຈັດຂຶ້ນໃນທ້າຍອາທິດນີ້ ໂດຍບໍ່ຫົວຊາຕໍ່ການແຫ່ຂະບວນປະທ້ວງຂອງຝ່າຍຄ້ານນາບຂູ່ກີດຂວາງການປ່ອນບັດເລືອກຕັ້ງ./.