ການເລືອກຕັ້ງປະທານາທິບໍດີບຣາຊີນຮອບທີ2ຍາກທີ່ຄາດຄະເນໝາກຜົນໄດ້

ການເລືອກຕັ້ງປະທານາທິບໍດີບຣາຊີນຮອບທີ2ຍາກທີ່ຄາດຄະເນໝາກຜົນໄດ້ - ảnh 1
ທ່ານ​ນາງ Dilma Rousseff ແລະ ທ່ານ Aecio Neves
​ພາບ:saigontimes.vn



(vovworld)-​ ວັນ​ທີ 26/10, ໄດ້​ດຳ​ເນີນກ​ານ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊີນ ຮອບ​ທີ​ສອງ ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ Dilma Rousseff ຄົນປະ​ຈຸ​ບັນ ຂຶ້ນ​ກັບ​ພັກ​ແຮງ​ງານ ແລະ ຜູ້​ຕາ​ງ​ຫນ້າ​ພັກ​ປະ​ຊາ​ທິ​ປະ​ໄຕ ທ່ານ Aecio Neves. ໝາກ​ຜົນ​ສຳ​ຫລວດ​ກ່ອນ​ການ​ເລືອກ​ຕັ້ງ​ລ້ວນ​ແຕ່​ໃຫ້​ເຫັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ Dilma Rousseff ມີ​ທ່າ​ໄດ້​ປຽບ​ກວ່າ ແຕ່​ອັດ​ຕາ​ສ່ວນ​ບັດ​ສະ​ຫນັບ​ສະ​ຫນູນບໍ່​ຫລາຍ. ໃນ​ຂະ​ນະ​ນັ້ນ 10% ຈຳ​ນວນຜູ້​ມີ​ສິດ​ເລືອກ​ຕັ້ງ​ໃຫ້ຮູ້​ວ່າ ບໍ່​ທັນ​ຕົກ​ລົງ​ຈະ​ຫ​ນັບ​ສະ​ຫນູນ​ທ່ານໃດ.  ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ໝາກ​ຜົນ​ການ​ເລືອກ​ຕັ້ງ​ຍາກ​ທີ່​ຄ​າດ​ຄະ​ເນ​ໄດ້. ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ເປີດ​ປະ​ຕູ​ໃນ​ເວ​ລາ 8 ໂມງ​ເຊົ້າ ແລະ ອັດ​ປະ​ຕູ​ໃນເວ​ລາ 5 ໂມງ​ແລງ ຕາມ​ເວ​ລາ​ທ້ອງ​ຖິ່ນ. ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ຈະ​ໄດ້​ຮັບ​ການ​ປະ​ກາດ​ພາຍ​ຫລັງ​ 2 ຊົ່ວ​ໂມງ​ທີ່​ອັດ​ປະ​ຕູ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ.

 

 

 

 

ຂ່າວ/ບົດ​ອື່ນ