(VOVWORLD) -ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຈະມີບົດກ່າວປາໄສຮັບການສະເໜີຂອງພັກສາທາລະນະ ໃນຕອນຄ່ຳວັນທີ 27 ສິງຫາ (ຕາມເວລາ ອາເມລິກາ) ເຊິ່ງແມ່ນຄ່ຳຄືນສຸດທ້າຍຂອງ ກອງປະຊຸມໃຫຍ່ ພັກສາທາລະນະ.
ທ່ານDonald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS) |
ນີ້ແມ່ນຄັ້ງທີ 2 ທີ່ທ່ານໄດ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ. ໃນບົດກ່າວປາໄສຂອງຕົນ, ທ່ານ Donald Trump ຄາດວ່າ ຈະ ໂຈມຕີຄູ່ແຂ່ງຂອງ ຕົນ, ນັ້ນແມ່ນທ່ານ Joe Biden ເຊິ່ງເປັນຜູ້ທີ່ພວມມີທ່າໄດ້ປຽບໃນບັນດາບັ້ນສຳຫຼວດກ່ອນການເລືອກຕັ້ງ.
ກອງປະຊຸມໃຫຍ່ຂອງພັກສາທາລະນະໄດ້ດຳເນີນໃນລະຫວ່າງວັນທີ 24 – 27 ສິງຫາ ດ້ວຍຫົວຂໍ້ແມ່ນ ເຊີດຊູປະເທດອາເມລິກາ ພ້ອມກັບເລື່ອງລາວຂອງ ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍຂອງທ່ານ ປະທານາທິບໍດີ Donald Trump.
ຟ້າມຮັວນນັກຂ່າວ VOV ປະຈຳ ອາເມລິກາ