ການເສັງປະດິດແຕ່ງ Slogan ຮອບຊິງຊະນະເລີດ
ນັກສຶກສາຍິງ ຫງວຽນຊວນຮ໋ຽວ ຍາດໄດ້ລາງວັນທີ່ໜຶ່ງໃນການສອບເສັງ
(ພາບ: Vietnam+)
(vovworld) – ການເສັງປະດິດແຕ່ງ Slogan ຮອບຊິງຊະນະເລີດ ໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອົດສະຕາລີ, ໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນໃນວັນທີ 20/7. ຜົນມີຢູ່ວ່າ, ລາງວັນທີໜຶ່ງແມ່ນຂຶ້ນກັບ ຫງວຽນຊວນຫ໋ຽວ, ນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດນະຄອນໂຮ່ຈີມິນ, ດ້ວຍ Slogan “ເຖິງວ່າຈະຢູ່ຫ່າງໄກກັນ ແຕ່ ສາຍໃຈເພື່ອນມິດຍັງໃກ້ຊິດຕິດກັນຢູ່“. ການເສັງປະດິດແຕ່ງ Slogan ຄັ້ງທຳອິດຖືກຈັດຕັ້ງຂຶ້ນ ເພື່ອແນໃສ່ຊຸກຍູ້ບັນດາເພື່ອນໜຸ່ມຫວຽດນາມ ຊອກຮູ້ວັດທະນະທຳທີ່ສວຍງາມຂອງຫວຽດນາມ ແລະ ອົດສະຕາລີ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງປະເທດ. ເພື່ອນ ຟານໜືອອຽນຍີ (Phan Nu Uyen Nhi), ນັກສຶກສາມະຫາວິທະຍາໄລເສດຖະກິດດ່ານັ້ງ, ຜູ້ໄດ້ຮັບລາງວັນທີ 3 ໃນການເສັງດັ່ງກ່າວ, ໃຫ້ຮູ້ວ່າ:
“ຜ່ານການເສັງປະດິດແຕ່ງ Slogan ນ້ອງຢາກຝາກຝັງສານທີ່ວ່າ ພ້ອມກັນພັດທະນາຕະຫຼອດໄປ. ຄວາມໝາຍ Slogan ຂອງນ້ອງກໍ່ຄືກັນກັບ Slogan ຂອງເພື່ອນຜູ້ອື່ນໆນັ້ນແມ່ນເພື່ອປຸກລະດົມຈິດໃຈຮ່ວມມືລະຫວ່າງສອງປະເທດ, ນ້ອງປາຖະໜາຢາກປະກອບສ່ວນໃຫ້ຫວຽດນາມ ແລະ ໃຫ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ - ອົດສະຕາລີ “