ຂະບວນການແຂ່ງຂັນບານເຕະໃນປະຊາຄົມຊາວ ຫວຽດນາມ ຢູ່ ລາວ
(ພາບ: phamkien/vietnam+)
(vovworld) – ຂະບວນການແຂ່ງຂັນບານເຕະໃນປະຊາຄົມຊາວ ຫວຽດນາມ ຢູ່ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2/9 ໄຂຂຶ້ນໃນຕອນເຊົ້າວັນທີ 30/8 ຢູ່ນະຄອນຫລວງ ວຽງຈັນ, ລາວ. ນີ້ແມ່ນຂະບວນການແຂ່ງຂັນບານເຕະເທື່ອອຳອິດ ໂດຍສະຫະສະມາຄົມຊາວ ຫວຽດນາມ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຈັດຕັ້ງ. ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອແນໃສ່ສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2/9. ຂະບວນການແຂ່ງຂັນບານເຕະໃນປະຊາຄົມຊາວ ຫວຽດນາມ ຢູ່ ລາວ ເທື່ອທຳອິດ ດ້ວຍການເຂົ້າຮ່ວມຂອງ 6 ທິມລວມມີ: ທິມບານເຕະປະຊາຄົມຊາວ ຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ, ຢູ່ແຂວງ ຈຳປາສັກ, ຫລວງພະບາງ, ສະຫວັນນະເຂດ, ບໍລິຄຳໄຊ ແລະ ສະຖານທູດ ຫວຽດນາມ ປະຈຳລາວ.