ການແຫ່ຂະບວນປະທ້ວງຍັງຄົງເກີດຂຶ້ນຢູ່ບັງກາລາເທດ
ຜູ້ເດີນຂະບວນປະທ້ວງຢູ່ນະຄອນຫຼວງ Dhaka
(ພາບ: ສຳນັກຂ່າວສານ ຊິນຮວາ-TTXVN)
(vovworld) – ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ ນັບສິບຄົນໄດ້ຮັບບາດເຈັບໃນການແຫ່ຂະບວນປະທ້ວງຂະເໜາດໃຫຍ່ທີ່ເກີດຂຶ້ນຢູ່ ບັງກາລາເດສ ໃນວັນທີ 29/12. ບັນດາຜູ້ແຫ່ຂະບວນປະທ້ວງສະໜັບສະໜູນອະດິດນະຍົກລັດຖະມົນຕີ Khaleda Zia ໄດ້ນຳໃຊ້ກ້ອນຫີນ, ດິນຈີ ແລະ ລູກລະເບີດຜະລິດເອງເພື່ອບຸກໂຈມຕີກຳລັງປ້ອງກັນຄວາມສະຫງົບ. ຕຳຫຼວດ ແລະ ກຳລັງປະຕິກິລິຍາໄວກ່ວາ 11.000 ຄົນໄດ້ຮັບການຜັນຂະຫຍາຍເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ນະຄອນຫຼວງປະເທດນີ້. ຜູ້ແຫ່ຂະບວນປະທ້ວງກ່ວາ 1.000 ຄົນຖືກຈັບຕົວກ່ອນທີ່ຈະດຳເນີນການແຫ່ຂະບວນປະທ້ວງໃນວັນທີ 29/12, ໃນຂະນະທີ່ອຳນາດການປົກຄອງໄດ້ອອກຄຳສັ່ງຢຸດຕິບັນດາຖ້ຽວລົດເມ, ການເຄື່ອນໄຫວຢູ່ທ່າກຳ່ປັນ ແລະ ລົດໄຟໂດຍຊົ່ວຄາວ ຄືດັ່ງ “ມາດຕະການສະກັດກັ້ນ” ເຮັດໃຫ້ນະຄອນຫຼວງ Dhaka ເກືອບຄືວ່າຖືກແຍກອອກຈາກກັບເຂດອື່ນ. ຫົວໜ້າຝ່າຍຄ້ານທ່ານນາງ Khaleda Zia ກໍ່ຖືກຕຳຫຼວດຄຸມຕົວຢູ່ເຮືອນສ່ວນຕົວເພື່ອແນໃສ່ສະກັດກັ້ນເລື່ອງສຳພັດກັບຜູ້ແຫ່ຂະບວນປະທ້ວງ.
ກ່ອນໜ້ານັ້ນ, ທ່ານນາງ Khaleda Zia ຮຽກຮ້ອງໃຫ້ປະຊາຊົນດຳເນີນການເດີນຂະບວນປະທ້ວງຂະໜາດໃຫຍ່ຢູ່ນະຄອນຫຼວງ Dhaka ໃນວັນທີ 29/12 ໃນສະພາບການການແຫ່ຂະບວນປະທ້ວງປິນຂັ້ນໄດເພື່ອແນໃສ່ຄັດຄ້ານການເລືອກຕັ້ງທົ່ວປະເທດຈະຖືກດຳເນີນໃນເດືອນ 1/2014.