ການແຫ່ຂະບວນປະທ້ວງຢູ່ນະຄອນຫລວງ ເຊອູນ
(ພາບ: TTXVN)
(vovworld)- ວັນທີ 11/03 ປະຊາຊົນນັບພັນຄົນຢູ່ທັງ 2 ຝ່າຍສະໜັບສະໜູນ ແລະ ຄັດຄ້ານທ່ານນາງປະທານາທິບໍດີຖືກປົດຕຳແໜ່ງ Park Geun – hye ໄດ້ລົງຖະໜົນແຫ່ຂະບວນປະທ້ວງຢູ່ນະຄອນຫລວງ ເຊອູນ ສ.ເກົາຫຼີ. ຝ່າຍຄັດຄ້ານທ່ານນາງ Park Geun – hye ໄດ້ດຳເນີນການແຫ່ຂະບວນປະທ້ວງຄັ້ງທີ 20 ແລະ ກໍ່ແມ່ນຄັ້ງສຸດທ້າຍຢູ່ສະໜາມຫລວງ Gwanghwamun ຢູ່ໃຈກາງນະຄອນຫລວງ ເຊອູນ, ພາຍຫລັງ 5 ເດືອນທີ່ດຳເນີນການແຫ່ຂະບວນປະທ້ວງປະຈຳອາທິດ. ບັນດາຜູ້ແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ຈັບຕົວທ່ານນາງ Park Geun – hye, ພ້ອມທັງຮຽກຮ້ອງປົດຕຳແໜ່ງຜູ້ຮັກສາການປະທານາທິບໍດີ ທ່ານ Hwang Kyo – ahn, ຜູ້ທີ່ມີບົດບາດຕົ້ນຕໍ ໃນອຳນາດການປົກຄອງປະທານາທິບໍດີຫາກໍ່ຖືກປົດຕຳແໜ່ງ ແລະ ປະຕິເສດເລື່ອງແກ່ຍາວການສຳຫລວດກວດກາສຳລັບເຫດການປັນປວນການເມືອງ.