(vovworld) - ຕອນເຊົ້າວັນທີ 20/12, ຢູ່ນະຄອນໂຮ່ຈິມິນ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນ ໄດ້ຈັດການໂອ້ລົມສົນທະນາ “ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ໃນສະພາບການໃໝ່”. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ເລື່ອງຖືການຮ່ວມມື ແລະ ຍົກສູງຄຸນນະພາບການສຶກສາບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດເປັນສຳຄັນ ເພື່ອແນໃສ່ສ້າງລຸ້ມຄົນສືບທອດໃໝ່ ທີ່ມີຄວາມສາມາດ ແລະ ຄວາມຮັບຮູ້ຢ່າງເລີກເຊິ່ງກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສູ້ຊົນນຳສາຍພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານ ຟານຊວນບຽນ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈິມິນ, ຢືນຢັນວ່າ.
“ເຖິງວ່າ ນະຄອນໂຮ່ຈິມິນ ບໍ່ມີເສັ້ນຊາຍແດນຮ່ວມກັບລາວ ກໍຕາມ ແຕ່ຍາມໃດອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈິມິນ ກໍສະຫງວນອາລົມຈິດອົບອຸນອັນສະໜິດສະໜົມ ພັກ, ລັດ ແລະ ປະຊາຊົນລາວ. ໃນໄລຍະຜ່ານມາ, ນະຄອນໄດ້ມີການແຮກສ່ຽວກັບນະຄອນຫຼວງວຽງຈັນ ແລະ ແຂວງຈຳປະສັກ ໃນທຸກຂົງເຂດ ແລະ ພວມເປີດກວ້າງການຮ່ວມມືກັບບັນດາແຂວງທາງພາກກາງ, ພາກໃຕ້ຂອງລາວ. ທາງນະຄອນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.”