ການໂອ້ລົມສົນທະນາໂຄສະນາເຜີຍແຜ່ສະພາບແວດລ້ອມແຫ່ງການລົງທຶນຫວຽດນາມຢູ່ເຢຍລະມັນ
ການໂອ້ລົມສົນທະນາ “ຫວຽດນາມ - ຈຸດນັດພົບຂອງບັນດາວິສາ
ຫະກິດ ເຢຍລະມັນ”
(ພາບ: Mạnh Hùng/Vietnam+)
|
(vovworld) - ໃນຂອບເຂດ “ສັບປະດາ ອາຊີ - ປາຊີຟິກ” ພວມດຳເນີນຢູ່ນະຄອນຫຼວງ ແບກແລງ, ປະເທດ ເຢຍລະມັນ, ສະຖານທູດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ຫວຽດນາມ - ຈຸດນັດພົບຂອງບັນດາວິສາຫະກິດ ເຢຍລະມັນ” ເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ ແລະ ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ກັບ ບັນດາວິສາຫະກິດ ເຢຍລະມັນກໍ່ຄືບັນດາວິສາຫະກິດຂອງຊາວ ຫວຽດນາມ ຢູ່ ເຢຍລະມັນ. ຄະນະປະຕິບັດງານຂອງກະຊວງ ອຸດສາຫະກຳ - ການຄ້າ, ໂດຍທ່ານລັດຖະມົນຕີຊ່ວຍວ່າການ ເຈີ່ນຕ໋ວນແອງ ນຳໜ້າ, ເຂົ້າຮ່ວມການໂອ້ລົມສົນທະນາ. ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີຊ່ວຍວ່າການ ເຈີ່ນຕ໋ວນແອງ ຢັ້ງຢືນການພົວພັນລະຫວ່າງ ເຢຍລະມັນ ແລະ ຫວຽດນາມ ໄດ້ຜ່ານຜ່າວິວັດທະນາການແມ່ນປະຖົມປັດໄຈ ແລະ ພື້ນຖານໃຫ້ແກ່ບັນດາບາດກ້າວບຸກທະລຸຄືໃນໄລຍະປະຈຸບັນ. 2 ປະເທດ ຍາມໃດກໍ່ມີບັນດາການແບ່ງປັນ ແລະ ມີຜົນປະໂຫຍດລວມໃນຫຼາຍຂົງເຂດ, ສ້າງເງື່ອນໄຂໃຫ້ແກ່ການພົວພັນ 2 ຝ່າຍພັດທະນາທັງລວງກ້ວາງ ແລະ ລວງເລິກ. ຕາມທ່ານ ລັດຖະມົນຕີຊ່ວຍວ່າການ ເຈີ່ນຕ໋ວນແອງ ແລ້ວ, ເລື່ອງເປັນເຈົ້າການເພີ່ມທະວີການເຈລະຈາ, ເປີດປະຕູຕະຫຼາດ, ດ້ານໜຶ່ງແມ່ນສ້າງບັນດາກາລະໂອກາດ, ແຕ່ກໍ່ແມ່ນການທ້າທາຍໃນການເຊື່ອມໂຍງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ.