ການໂອ້ລົມສົນທະນາ “ສື່ມວນຊົນປະຕິວັດຫວຽດນາມກັບວຽກງານກໍ່ສ້າງພັກ”

ການໂອ້ລົມສົນທະນາ “ສື່ມວນຊົນປະຕິວັດຫວຽດນາມກັບວຽກງານກໍ່ສ້າງພັກ” - ảnh 1
ທ່ານ​ເລ​ຂາ​ຄະ​ນະ​ພັກ​ກຸ່ມ​ບັນ​ດາ​ອົງ​ການ​​ສຳ​ນັກ​ງານສູນ​ກາງ
ດ່າວງອກ​ຢູງ ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 17/6, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ກຸ່ມ​ອົງ​ການສຳ​ນັກ​ງານ​ສູນ​ກາງ​ສົມ​ທົບ​ກັບ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້ “ສື່ມວນ​ຊົນ​ປະ​ຕິ​ວັດ​ກັບ​ວຽກ​ງານກໍ່​ສ້າງ​ພັກ​ໃນ​ໄລ​ຍະ​ໃໝ່”, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6). ຕີ​ລາ​ຄາ​ບົດ​ບາດ​ຂອງ​ສື່ມວນ​ຊົນ ສຳ​ລ​ັບ​ວຽກ​ງານກໍ່​ສ້າງ​ພັກ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ກຸ່ມ​ບັນ​ດາ​ອົງ​ການ​​ສຳ​ນັກ​ງານສູນ​ກາງ ດ່າວງອກ​ຢູງ, ເນັ້​ນ​ໜັກ​ວ່າ:

        “ໃນ​ສະ​ພາບ​ການ​ເຄື່ອນ​ໄຫວ​ຕົວ​ຈິງ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ວຽກ​ງານກໍ່​ສ້າງ​ພັກ. ລະ​ບົບ​ສື່ມວນ​ຊົນ​ພັກ, ບັນ​ດາ​ອົງ​ການ​ມວນ​ຊົນ​ຕ່າງໆ​ໄດ້​ສະ​ຫງວນ​ກຳ​ລັງເໝາະ​ສົມ, ລົງ​ທຶນ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ພຸມ​ປັນ​ຍາ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່​ຽວ​ກັບ​ການ​​ກໍ່ສ້າງ​ພັກ ແລະ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ, ປະ​ກອບ​ສ່ວນ​ນຳ​ແຜນ​ນະ​ໂຍ​ບາຍ, ມະ​ຕິ​ຂອງ​ພັກ​ກ້າວ​ເຂົ້າ​ສູ່​ຊີ​ວິດຕົວ​ຈິງ, ຫັນ​ແນວ​ຄິດ​ຂອງ​ພັກ ແລະ ​ຈິດ​ໃຈ​ຂອງປະ​ຊາ​ຊົນ​​ໃຫ້ປະ​ກົດ​ຜ​ົນ​ເປັນ​ຈິງ.”


ຂ່າວ/ບົດ​ອື່ນ