ກາລະໂອກາດຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຫວຽດນາມ-ສ.ເຊັກໂກ
(ພາບປະກອບ)
(vovworld) – ຫວຽດນາມ ແລະ ສ.ເຊັກໂກ ຈະຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວຢູ່ນະຄອນຫຼວງ Praha ໃນວັນທີ 14/03 ຈະມາເຖິງ, ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢ່າງມີປະສິດທິຜົນ ແລະ ແກ້ໄຂບັນດາຮົ້ວກີດຂວາງໃນຂົງເຂດນີ້ລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ການປະຊຸມຂ່າວປະກາດເຫດການໃນວັນທີ 02/03, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳສ.ເຊັກໂກ ເຈືອງແມ້ງເຊີນ ເນັ້ນໜັກວ່າ, ກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວຈະມາເຖິງ ຈະແມ່ນໂອກາດເພື່ອໃຫ້ບັນດາອົງການຄຸ້ມຄອງການທ່ອງທ່ຽວແຫ່ງລັດ ແລະ ບັນດາບໍລິສັດທ່ອງທ່ຽວ 2 ປະເທດຊອກຫາມາດຕະການຊຸກຍູ້ການຮ່ວມມືໃນຂົງເຂດນີ້. ທ່ານເອກອັກຄະລັດຖະທູດ ເຈືອງແມ້ງເຊີນ ໃຫ້ຮູ້ວ່າ.
“ຜ່ານກອງປະຊຸມສຳມະນາ, ພວກຂ້າພະເຈົ້າໄດ້ວາງອອກຄາດໝາຍເພື່ອໃຫ້ກົມໃຫຍ່ການທ່ອງທ່ຽວຫວຽດນາມ ແລະ ກະຊວງພັດທະນາເຂດຂອງສ.ເຊັກໂກ ພົບປະ, ແລກປ່ຽນ ແລະ ລົງນາມໃນຂໍ້ຕົກລົງຮ່ວມມື. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍເຊື່ອມຕໍ່ບັນດາວິສາຫະກິດທ່ອງທ່ຽວຫວຽດນາມ ແລະ ເຊັກໂກ ເພື່ອພ້ອມກັນປຶກສາຫາລື, ແກ້ໄຂບັນດາບັນຫາຄື ສາຍການບິນໂດຍກົງ, ວີຊາ, ລາຄາການບໍລິການ ເພື່ອເຮັດແນວໃດນຳນັກທ່ອງທ່ຽວຫວຽດນາມ ໄປເຊັກໂກ ແລະ ກົງກັນຂ້າມ”.