ກຳ​ປັ່ນ Ever Given ​ຖືກ​ຕິດ​ຂ້າງ​ຢູ່​ຄອງ​ເໝືອງ Suez ໄດ້​ຮັບ​ການ​ກູ້​ຊ່ວຍ​ສຳ​ເລັດ

(VOVWORLD) -ກຳປັ່ນ Ever Given ຖືກຕິດຂ້າງເຮັດໃຫ້ການເຄື່ອນໄຫວແລກປ່ຽນດ້ານການຄ້າໄປຜ່ານຄອງເໝືອງ Suez ເກືອບຄືວ່າຖືກຢຸດຕິໄວ້,
ກຳ​ປັ່ນ Ever Given ​ຖືກ​ຕິດ​ຂ້າງ​ຢູ່​ຄອງ​ເໝືອງ Suez ໄດ້​ຮັບ​ການ​ກູ້​ຊ່ວຍ​ສຳ​ເລັດ - ảnh 1(ພາບ:IRNA/TTXVN)

    ກຳປັ່ນ Ever Given ໄດ້ຕິດຂ້າງຢູ່ຄອງເໝືອງ Suez ໃນ 6 ວັນຜ່ານມາ ໄດ້ຮັບການກູ້ຊ່ວຍສຳເລັດ ເມື່ອຕອນເຊົ້າວັນທີ 29 ມີນາ ແລະ ປະຈຸບັນກຳປັ່ນລຳດັງກ່າວພວມຈອດຢູ່ຝັ່ງທິດຕາເວັນອອກຂອງ ຄອງເໝືອງ Suez.

ຄວາມມານະພະຍາຍາມກູ້ຊ່ວຍສຳເລັດ ແຕ່ອົງການຄຸ້ມຄອງຄອງເໝືອງ Suez ບໍ່ທັນປະກາດຂ່າວ ກ່ຽວກັບໄລຍະເວລາເປີດຄອງເໝືອງຄືນໃໝ່ເທື່ອ.

ໃນຊຸມວັນທີ່ຜ່ານມາ, ອົງການຄຸ້ມຄອງຄອງເໝືອງ Suez ໄດ້ມີຄວາມມານະພະຍາຍາມກູ້ຊ່ວຍກຳປັ່ນທີ່ຖືກຕິດຂ້າງຢູ່ທີ່ນີ້ ຊື່ງໄດ້ກໍ່ໃຫ້ເກີດຄວາມອຸດຕັນທາງຄົມມະນາຄົມການເດີນເຮືອ ແລະ ກໍ່ຜົນເສຍຫາຍດ້ານລາຍຮັບໃນແຕ່ລະວັນແຕ່ 12 ຫາ 14 ລ້ານໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ