ກຳປູເຈຍ:ພັກ CNRP ຕົກລົງເຈລະຈາກັບ ພັກ CPP


ກຳປູເຈຍ:ພັກ CNRP ຕົກລົງເຈລະຈາກັບ ພັກ CPP - ảnh 1

(ພາບ: Trần Chí Hùng/TTXVN)

 (vovworld)- ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຝ່າ​ຍຄ້ານ ​ໄດ້​ຕົກລົງ​ເຂົ້າຮ່ວມ​ການ​ເຈລະ​ຈາ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນທີ 17/3 ກັບພັກ ປຊຊ ກຳປູ​ເຈຍ (CPP) ກຳ​ອຳນາດ. ທ່ານ Mao Monivan ໜື່ງ​ໃນ​ສະມາ​ຊິກ​ຝ່າຍ​ຄ້ານ 6 ທ່ານຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ປະຕິ​ຮູບ​ການ​ເລືອກ​ຕັ້ງ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາພາຍຫຼັງ ​ CPP ເຫັນ​ດີວ່າ: ທີ່​ການ​ເຈລະຈາ​ຄັ້ງຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ຫົວ​ເລື່ອງ​ປະຕິ​ຮູບ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC). ຕາມ​ຂໍ້​ສະ​ເໜີ​ຂອງ CNRP, ການ​ເຈລະຈາ​ໃນ​ວັນ​ທີ 17/3 ຈະ​ປຶກສາ​ຫາລື​ຖານະ​ເອກະລາດ​ຂອງ NEC ​ແລະ ບັນດາ​ສະມາຊິກ​ຂອງ NEC ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ບັນດາ​ທ່ານ​ສະມາຊິກ​ລັດຖະສະພາດ້ວຍ​ອັດຕາ 2/3. ກ່ອນ​ໜ້ານັ້ນ, ທ່ານ Bon Chhin ຫົວໜ້າ​ຄະນະ​ເຈລະຈາ​ຂອງ CPP ​ເນັ້ນໜັກ​ວ່າ, ຄະນະ​ກຳມະການ​ການ​ເລືອກ​ຕັ້ງຈະ​ປຶກ​ສາ​ຫາລືຂອບ​ເຂດ​ຂອງ​ວິວັດ​ການ​ເລືອກ​ຕັ້ງ. ຕາມ​ທ່ານ​ແລ້ວ, CPP ​ເຊື່ອໝັ້ນວ່າ, ​ໃນ​ການ​ເຈລະຈາ​ຄັ້ງຈະ​ມາ​ເຖິງ, ສອງຝ່າຍ​ຈະ​ບັນລຸ​ໄດ້​ຂໍ້​ຕົກລົງ​ລວມກ່ຽວ​ກັບ​ກົ​ນ​ໄກ​ປະຕິ​ຮູບການ​ເລືອກ​ຕັ້ງ ຊື່​ງຈະ​ເປັນ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ເລືອກ​ຕັ້ງຄັ້ງຕໍ່​ໄປ./.

ຂ່າວ/ບົດ​ອື່ນ