ກຳປູເຈຍ:ພັກ CPP, CNRP ຍັງບໍ່ທັນກຳນົດ ເວລາຈັດການເລືອກຕັ້ງ ຄັ້ງໃໝ່
(ພາບ: TTXVN)
(vovworld)- ວັນທີ 10/4, ທ່ານ Sam Rainsy ປະທານພັກກູ້ຊາດ (CNRP) ໄດ້ປະຕິເສດຂ່າວທີ່ວ່າໄດ້ເຫັນດີຕໍ່ຂໍ້ຕົກລົງສະບັບໜຶ່ງກັບພັກ ປຊຊ ກຳປູເຈຍ (CPP) ກຳອຳນາດຂອງທ່ານນາຍົກລັດຖະມົນຕີ Hun Sen.
ກ່າວຄຳເຫັນທີ່ການປະຊຸມຂ່າວໃນຕອນບ່າຍຂອງວັນດຽວກັນ, ທ່ານ Sam Rainsy ໃຫ້ຮູ້ວ່າ: ໃນຈຸດເວລາປະຈຸບັນ, ສອງພັກຍັງບໍ່ທັນເຫັນດີເປັນເອກະສັນຕໍ່ຮ່າງຂໍ້ຕົກລົງຮ່ວມທີ່ກຳນົດເວລາດຳເນີນການເລືອກຕັ້ງຄັ້ງໃໝ່. ແຕ່ເຖິງຢ່າງໃດກໍ່ຕາມ, CPP ແລະ CNRP ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເຈລະຈາກ່ຽວກັບບັນຫານີ້ໃນການພົບປະຄັ້ງຈະມາເຖິງ. ທ່ານ Sam Rainsy ໃຫ້ຮູ້ວ່າ: ສອງພັກອາດຈະຈັດການພົບປະຂັ້ນສູງໃນທ້າຍເດືອນນີ້, ເມື່ອທ່ານ Kem Sokha ປະທານ CNRP ກັບເມືອປະເທດພາຍລັງການໄປປະຕິບັດງານຢູ່ອາເມລິກາ./.