(vovworld) – ວັນທີ 23/10, ມື້ທີ 1 ຂອງການແຫ່ຂະບວນປະທ້ວງ ຄາດວ່າຈະດຳເນີນແຕ່ວັນທີ 23 – 25/10 ຂອງພັກກູ້ຊາດ ກຳປູເຈຍ (CNRP), ປະທານພັກ CNRP ທ່ານ Sam Raisy ແລະ ທ່ານຮອງປະທານ Kem Sokha ນຳໜ້າຄະນະແຫ່ຂະບວນປະທ້ວງຈາກສະໜາມຫຼວງ ປະຊາທິປະໄຕ ເດີນຂະບວນເຖິງຫ້ອງວ່າການຂະຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດຢູ່ ພະນົມເປັນເພື່ອສົ່ງຂໍ້ສະເໜີຂຶ້ນສະຫະປະຊາຊາດ. ດ້ວຍເນື້ອໃນວ່າ: CNRP ປາດຖະໜາວ່າສະຫະປະຊາຊາດຊ່ວຍຮັບປະກັນການປະຕິບັດສັນຍາ ປາຣີ ກ່ຽວກັບສັນຕິພາບໃຫ້ ກຳປູເຈຍ ເຊິ່ງໄດ້ເຊັນເມື່ອວັນທີ 23/10/1991. ພ້ອມກັບຂໍ້ສະເໜີດັ່ງກ່າວ, CNRP ຍັງຝາກຈົດໝາຍເຖິງເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki Moon, ຖືວ່າການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ເມື່ອວັນທີ 28/7 ໄດ້ມີການລະເມີດກົດໝາຍຢ່າງຮ້າຍແຮງ.
ກະຊວງພາຍໃນ ກຳປູເຈຍ ກຳນົດວ່າຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຂອງ CNRP ຫຼາຍສຸດແມ່ນ 1.000 ຄົນເທົ່ານັ້ນ. ເຖິງຢ່າງໃດກໍ່ຕາມ, ມີປະມານ 30.000 ຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ. ໂຄສົກອົງການປົກຄອງພະນົມເປັນ ໃຫ້ຮູ້ວ່າ: ທີ່ກອງປະຊຸມລະຫວ່າງ 2 ຝ່າຍໃນຕອນຄຳ່ວັນທີ 23/10, ຜູ້ຕາງໜ້າ CNRP ໄດ້ເຫັນດີຫລຸດຜ່ອນຈຳນວນຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໃນ 2 ມື້ຕໍ່ໄປ.