ກຳປູເຈຍ-ລາວຍູ້ແຮງວຽກງານປັກຫຼັກໝາຍຊາຍແດນ

(vovworld) - ​​ ​ກຳ​ປູ​ເຈຍ ແລະ ລາວ​ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຍູ້​ແຮງວຽກ​ງານ​ປັກຫຼັກ​ໝາຍ​ຊາຍ​ແດນ​ຂອງ 2 ປະ​ເທດ. ນີ້​ແມ່ນ​ໝາກ​ຜົນ​ຂອງ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສ​ິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ກັບ​ຄູ່​ຕຳ​ແໜ່ງ ກຳ​ປູ​ເຈຍ Prak Sokhonn ໃນ​ຕອ​ນ​ບ່າຍ​ວັນ​ທີ 24/1 ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ. ກຳ​ປູ​ເຈຍ ແລະ ລາວ ມີ​ເສັ້ນ​ຊາຍ​ແດນ​ລ​ວມ​ກ່​ວາ 460 ກມ, ໃນ​ນັ້ນ​ມີເສົາຫຼັກ​ໝາຍ​ປະ​ມານ 85% ໄດ້​ປັກ​ໃນ​ພື້ນ​ທີ່​ຕົວ​ຈິງ​ແລ້ວ.


ຂ່າວ/ບົດ​ອື່ນ