(vovworld) - ຕອນບ່າຍວັນທີ 5/8, ສະມາຊິກສະພາແຫ່ງຊາດພັກຝ່າຍຄ້ານກູ້ຊາດ ກຳປູເຈຍ (CNRP) 55 ທ່ານ ໄດ້ສາບານຕົວຮັບດຳລົງຕຳແໜ່ງຕໍ່ໜ້າພະບາດສົມເດັດພະເຈົ້າມະຫາຊີວິດ Norodom Sihamoni, ຢຸດຕິວິກິດການດ້ານການເມືອງບໍ່ມີທາງອອກທີ່ແກ່ຍາວເປັນເວລາໜຶ່ງປີຜ່ານມາຢູ່ ກຳປູເຈຍ. ນີ້ແມ່ນບັນດາສະມາຊິກສະພາແຫ່ງຊາດທີ່ໄດ້ຮັບການເລືອກຕັ້ງໃນການເລືອກຕັ້ງເມື່ອວັນທີ 28/7/2013. ເມື່ອຕອບສຳພາດພາຍຫຼັງພິທີສະບານຕົວ, ທ່ານປະທານ CNRP Sam Rainsy ຖະແຫຼງວ່າ CNRP ໄດ້ປະຕິບັດຄຳໝັ້ນສັນຍາຕາມຂໍ້ຕົກລົງຂັ້ນສູງ. ກ່ອນທີ່ເຂົ້າສາບານຕົວ, ທ່ານສະມາຊິກ Son Chhay, ຮັບຜິດຊອບວຽກງານຈັດຕັ້ງຂອງ CNRP ໃຫ້ຮູ້ວ່າບັນດາສະມາຊິກ CNRP ຈະເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດໃນວັນທີ 8/8 ຈະມາເຖິງ.