ກຳປູເຈຍ:ສະເຫຼີມສະ ຫຼອງ 34 ປີແຫ່ງວັນລະ ບອບດັບສູນເຊື້ອຊາດ Pol Pot ຖືກໂຄ່ນລົ້ມ
ປະເທດກຳປູເຈຍປະຈຸບັນ
(ພາບ:dulichcampuchia.com)
(vovworld): ເນື່ອງໃນໂອກາດສະເຫຼີມສະຫຼອງ 34 ປີແຫ່ງວັນລະບອບດັບສູນເຊື້ອຊາດ Pol Pot ຖືກໂຄ່ນລົ້ມ (7/1/1979-7/1/2013), ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ ໄດ້ລົງພິມບົດນຳໂດຍຢືນຢັນວ່າ: ນີ້ແມ່ນໄຊຊະນະທີ່ບໍ່ມີວັນຈືດຈາງໃນປະຫວັດສາດຂອງຊາດໄດ້ ແລະ ກໍ່ແມ່ນພື້ນຖານໃຫ້ແກ່ຜົນງານຂອງປະເທດນີ້ໃນຕະຫຼອດ 34 ປີຜ່ານມາ. ບົດນຳເນັ້ນໜັກວ່າ: ວັນທີ 7/1/1979 ແມ່ນຂີດໝາຍແຫ່ງມະຫາໄຊໃນປະຫວັດສາດ, ປົດປ່ອຍປະຊາຊົນກຳປູເຈຍ ຫລຸດພົ້ນອອກຈາກໄພດັບສູນເຊື້ອຊາດພາຍໃຕ້ລະບອບ Pol Pot ແຕ່ປີ 1975-1979. ບົດນຳຊີ້ແຈງວ່າ: ຈາກພື້ນຖານຂອງໄຊຊະນະນັ້ນ, ໃນ 34 ປີຜ່ານມາ, ກຳປູເຈຍ ໄດ້ມີການຟື້ນຕົວ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ຈາກປະເທດທີ່ຖືກທຳລາຍຢ່າງຮ້າຍແຮງໃນສົງຄາມ, ກຳປູເຈຍ ໄດ້ບືນຕົວຂຶ້ນຄືທຸກວັນນີ້.
ພາບປະກອບ
ແລະກໍໃນຕອນບ່າຍວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ ກຳປູເຈຍ ໄດ້ຈັດການພົບປະສັງສັນລະນຶກ 34 ປີແຫ່ງວັນໄຊຊະນະຕໍ່ລະບອບດັບສູນເຊື້ອຊາດ Pol Pot ຂອງປະຊາຊົນ ກຳປູເຈຍ ແລະ ສະຫຼຸບປີມິດຕະພາບຫວຽດນາມ - ກຳປູເຈຍ 2012. ກ່າວຄຳເຫັນທີ່ການພົບປະ, ທ່ານ Sam Samout, ຫົວໜ້າກົງສູນໃຫຍ່ກຳປູເຈຍ ປະຈຳນະຄອນ ໂຮຈີມິນ ໃຫ້ຮູ້ວ່າ:
“ປະຈຸບັນ, ມູນຄ່າການລົງທຶນຂອງຫວຽດນາມ ບັນລຸ 2,5 ຕື້ USD ແລະ ຈຳນວນແຂກທ່ອງທ່ຽວຫວຽດນາມ ມາຢ້ຍມຢາມ ກຳປູເຈຍ ກໍຫຼາຍອັນດັບໜຶ່ງ. ໂອກາດລະນຶກໄຊຊະນະຕໍ່ລະບອບດັບສູນເຊື້ອຊາດ Pol Pot ຄືວັນທີ 7/1 ຍາມໃດກໍ່ຝັງເລິກໃນດວງໃຈຂອງຊາວກຳປູເຈຍ ແຕ່ລະຄົນ ກ່ຽວກັບການຊ່ວຍເຫຼືອຢ່າງຈິງໃຈຂອງບັນດາເພື່ອນຫວຽດນາມ ທີ່ໄດ້ຊ່ວຍປົດປ່ອຍຊາວ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ ກໍຄືໃນກິດຈະການ ຟື້ນຟູ ແລະ ສ້າງສາປະເທດຊາດ”
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ປະກາດຂໍ້ຕົກລົງສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນ ໂຮ່ຈີມິນ ແລະ ສະໂມສອນນັກທຸລະກິດຫວຽດນາມ - ກຳປູເຈຍ ນະຄອນ ໂຮ່ຈີມິນ.