ກຳປູເຈຍແລະຍີ່ປຸ່ນມຸ່ງໄປເຖິງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ

ກຳປູເຈຍແລະຍີ່ປຸ່ນມຸ່ງໄປເຖິງການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ການ​ພົບ​ປະ​ລະ​ຫວ່າງ 2 ທ່ານ

(vovworld) – ໃນ​ການ​ພົບ​ປະ​ຫວ່າງມໍ່ໆ​ມານີ້ລະ​ຫວ່າງ​ທ່ານ Prak Sokhonn, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ ແລະ ທ່ານ Hidehisa Horinoushi, ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ກຳ​ປູ​ເຈຍ, 2 ຝ່າຍ​ໄດ້​ສະ​ແດງ​ຄຳ​ໝັ້​ນ​ສັ​ນ​ຍາ​ສຳ​ລັບ​ເລື່ອງ 2 ປະ​ເທດ​ຈະ​ຍົກ​ລະ​ດັບ​ການ​ພົວ​ພັນ​ຈາກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ - ກ້​ວາ​ງ​ຂວາງ. ທ່ານ Chum Sontary, ໂຄ​ສົ​ກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ: ກຳ​ປູ​ເຈຍ ຊົມ​ເຊີຍ ຍີ່​ປຸ່ນ ກ່ຽວ​ກັບ​ການ​ຢາກໃນ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈາກ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ ກ້​ວາງ​ຂ​ວາງ. ສຳ​ລັບ​ຝ່າຍ ຍີ່​ປຸ່ນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Hidehisa Horinoushi ໃຫ​້​ຮູ້​ວ່າ​ປະ​ເທດນີ້​ພວມ​ສົ່ງ​ເສີມ​ການ​ເປີດ​ສະ​ຖານ​ກົງ​ສູນ ຍີ່​ປຸ່ນ ຢູ່​ແຂວງ ຊຽມ​ຣຽບ ຂອງ ກຳ​ປູ​ເຈຍ.


ຂ່າວ/ບົດ​ອື່ນ