ກຳປູເຈຍ ຕີລາຄາສູງ ສະຫະປະຊາຊາດ ໃນການຮ່ວມມືຊຸກຍູ້ລັດທິຫຼາຍຝ່າຍ
(VOVWORLD) -ວັນທີ 15 ພະຈິກ, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໄດ້ອອກແຈ້ງການສື່ມວນຊົນ ກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດອາຊຽນ - ສປຊ, ໂດຍໄດ້ຈັດຕັ້ງຕາມຮູບການທາງອອນລາຍ ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ.
ກອງປະຊຸມສຸດຍອດອາຊຽນ - ສປຊ (ພາບ: TTXVN) |
ຕາງໜ້າທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານ Aun Pornmoniroth ຮອງນາຍົກລັກຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດ - ການຄ້າ ກຳປູເຈຍ ໄດ້ສະແດງຄວາມຊົມເຊີຍເນື່ອງໃນ ວັນສ້າງຕັ້ງ ສປຊ ຄົບຮອບ 75 ປີແລະ ສະແດງຄວາມສະໜັບສະໜູນຕໍ່ຫົວຂໍ້ປີນີ້ຂອງ ສປຊທີ່ວ່າ “ອະນາຄົດ ທີ່ພວກເຮົາປາດຖະໜາ, ສປຊ ພວກເຮົາຄວນ: ຢັ້ງຢືນຄຳໝັ້ນສັນຍາລວມຕໍ່ລັດທິຫຼາຍຝ່າຍຄືນໃໝ່”, ເຊິ່ງໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງຫວັງຢ່າງແຮງຂອງ ບັນດາປະເທດໃນໂລກ ໃນການຮັກສາສັນຕິພາບ ແລະ ຄວາມວັດທະນາຖາວອນຜ່ານບັນດາຄຳໝັ້ນສັນຍາລວມໝູ່ ຕໍ່ລັດທິຫຼາຍຝ່າຍ.
ແຈ້ງການຂອງ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍໃຫ້ຮູ້ວ່າ ອາຊຽນ ສະແດງຄວາມຊົມເຊີຍຕໍ່ເລື່ອງ ສປຊ ສືບຕໍ່ສະໜັບສະໜູນການກໍ່ສ້າງປະຊາຄົມ ອາຊຽນ, ໂດຍເປັນອາຊຽນທີ່ສວມບົດບາດເປັນໃຈກາງ ແລະ ພັດທະນາ.