ກຳ​ປູ​ເຈຍ ຫຼຸດ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2023

(VOVWORLD) -ຕາມການຕີລາຄາຫຼ້າສຸດ ແລະ ໄດ້ຮັບການອະນຸມັດຜ່ານຢ່າງເປັນທາງການໃນປີນີ້, ລະດັບການເຕີບໂຕຂອງພື້ນຖານເສດຖະກິດ ກຳປູເຈຍ ຄາດຄະເນວ່າ ຈະຢູ່ໃນ 5,6%, ຕ່ຳກວ່າການຄາດຄະເນກ່ອນໜ້ານັ້ນ ແມ່ນ 6,6%
ກຳ​ປູ​ເຈຍ ຫຼຸດ​ລະ​ດັບ​ຄາດ​ຄະ​ເນ​ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2023 - ảnh 1ນະຄອນຫຼວງພະນົມເປັນ (ພາບ: VOV)

ວັນທີ 25 ມັງກອນ, ຢູ່ນະຄອນຫຼວງພະນົມເປັນ, ທ່ານ Vongsey Visoth, ລັດຖະມົນຕີຜູ້ປະຈຳການກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍ ໃຫ້ຮູ້ວ່າ ຕາມການຕີລາຄາຫຼ້າສຸດ ແລະ ໄດ້ຮັບການອະນຸມັດຜ່ານຢ່າງເປັນທາງການໃນປີນີ້, ລະດັບການເຕີບໂຕຂອງພື້ນຖານເສດຖະກິດ ກຳປູເຈຍ ຄາດຄະເນວ່າ ຈະຢູ່ໃນ 5,6%, ຕ່ຳກວ່າການຄາດຄະເນກ່ອນໜ້ານັ້ນ ແມ່ນ 6,6%. ທ່ານ Vongsey Visoth ໃຫ້ຮູ້ວ່າ: ລະດັບເຕີບໂຕເສດຖະກິດຂອງ ກຳປູເຈຍ ໃນປີ 2023 ເມື່ອທຽບໃສ່ກັບປີ 2022 ແມ່ນເພີ່ມຂຶ້ນເລັກໜ້ອຍ, ຍ້ອນຂົງເຂດກະສິກຳໄດ້ຮັບການຟື້ນຟູດ້ວຍລະດັບການເຕີບໂຕປະມານ 1,1%. ຄວາມມຸ່ງຫວັງໃຫຍ່ຫຼວງທີ່ສຸດແມ່ນຂະແໜງການທ່ອງທ່ຽວ ເພາະວ່າ ຂະແໜງການນີ້ຢູ່ສອງປະເທດບ້ານໃກ້ເຮືອນຄຽງຂອງ ກຳປູເຈຍ ຄື ໄທ ແລະ ຫວຽດນາມ ກຳລັງພັດທະນາຢ່າງແຮງ.

        ກ່ອນໜ້ານັ້ນ, ທະນາຄານໂລກ ຄາດຄະເນວ່າ ພື້ນຖານເສດຖະກິດຂອງ ກຳປູເຈຍ ກຳລັງຟື້ນຕົວໄດ້ດີ ແລະ ຄາດວ່າ ລະດັບການເຕີບໂຕຈະບັນລຸ 5,2% ໃນປີ 2023.

ວັນໂດະ, ນັກຂ່າວ VOV ປະຈຳ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ