ກຳມະກອນ600ຄົນເຂົ້າຮ່ວມລາຍການ“ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ”

ກຳມະກອນ600ຄົນເຂົ້າຮ່ວມລາຍການ“ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ” - ảnh 1
ທ່ານ ເລ​​ແທງ​ຫາຍ ໂອ້ລົມກັບກຳມະກອນ
ພາບ:internet


(vovworld) -ກ່າວ​ຄຳ​ເຫັນ​ທີ່​ລາ​ຍການ “ຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ກຳມະກອນ ຊື່ງຈັດ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈິ​ມີນ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈິ​ມີນ ​ເລ​​ແທງ​ຫາຍ ​ໃຫ້​ຮູ້​ວ່າ: ດ້ວຍ​ຈິດ​ໃນ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຮ່ວມ​ແຮງຮ່ວມ​ໃຈ​ຂອງ​ທັງ​ລະບົບ​ການ​ເມືອງ, ​ໃນ​ນັ້ນ ມີ​ຊົນ​ຊັ້ນ​ກຳມະກອນ, ​ໃນ​ປີຜ່ານມາ ນະຄອນ ​ໂຮ່ຈິ​ມິນ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ, GDP ​ບັນລຸ​ລະດັບ 9,3%, ສູງ​ກວ່າ​ເມື່ອ​ທຽບ​ໃສ່​ປີ 2012 ​ແມ່ນ 9,2%. ນີ້​ແມ່ນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ ດ້ວຍ​ການ​ປະກອບສ່ວນ​ບໍ່​ຫນ້ອຍ​ຂອງ​ກຳມະກອນ 270.000 ຄົນ ຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ. ທ່ານ ​ເລ​ແທງ​ຫາຍ ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ: ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງຂອງ​ນະຄອນ ​ແລະ ທົ່ວ​ປະ​ເທດ, ກຳມະກອນ​ແຕ່​ລະ​ຄົນ ຄວນ​ມານະ​ພະຍາຍາມ​ຮຳ່ຮຽນ​, ຍົກ​ສູງ​ລະດັບ​ຄວາມ​ຮູ້, ສີມື ​ເພື່ອ​ມີ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບສູງ, ສາມາດ​ແກ້ງ​ແຍ້​ງກັບ​ຕະຫລາດ​ໂລກ.           

 

ຂ່າວ/ບົດ​ອື່ນ