(vovworld) - ວັນທີ 30/7, ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ 11, ອາຍຸການ 2013 – 2018, ໄດ້ສິ້ນສຸດລົງພາຍຫຼັງດຳເນີນມາເປັນເວລາ 4. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາມະຕິດ້ວຍບັນດາເນື້ອໃນ ແລະ ທິດທາງລະອຽດໃຫ້ແກ່ອາຍຸການໃໝ່. ໃນມື້ເຮັດວຽກສຸດທ້າຍ, ຄະນະບໍລິຫານງານຊຸດທີ 11 ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ສະເໜີຕົວເຊິ່ງລວມມີສະມາຊິກ 172 ຄົນ, ທ່ານ ດັ້ງງອກຕູ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຄືນໃໝ່. ກອງປະຊຸມໃຫຍ່ໄດ້ກຳນົດ 11 ກຸ່ມມາດຖານສຸ້ຊົນ ແລະ 4 ໂຄງການເຄື່ອນໄຫວຂອງອົງການກຳມະບານ ໃນອາຍຸການໃໝ່. ໃນນັ້ນ, ມາດຖານສຳຄັນແມ່ນສູ້ຊົນຮອດປີ 2018 ໃນທົ່ວປະເທດມີສະມາຊິກ 10 ລ້ານຄົນ, 90% ຈຳນວນຫົວໜ່ວຍ, ວິສາຫະກິດມີຄົນງານແຕ່ 30 ຄົນຂຶ້ນໄປ ສ້າງຕັ້ງອົງການກຳມະບານຮາກຖານ. ທ່ານ ດັ້ງງອກຕູ່ງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຊຸດທີ 11, ຊີ້ແຈງວ່າ:
“ຜົນງານຂອງກອງປະຊຸມໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 11 ບໍ່ພຽງແຕ່ປຸເປັນການລະດົມກຳລັງໃຈຢ່າງແຮງເທົ່ານັ້ນ, ຫາກຍັງສ້າງພື້ນຖານ, ເງື່ອນໄຂເພື່ອໃຫ້ພະນັກງານ, ສະມາຊິກກຳມະບານ, ກຳມະກອນ, ລັດຖະກອນໃນທົ່ວປະເທດຍາດແຍ່ງເອົາກາລະໂອກາດ, ຜ່ານຜ່າການທ້າທາຍ, ສືບຕໍ່ປ່ຽນໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວກຳມະບານ. ຈາກນັ້ນ, ສ້າງກຳລັງແຮງໃໝ່ຂອງຊົນຊັ້ນກຳມະກອນ ແລະ ອົງການກຳມະບານ ຫວຽດນາມ, ປະກອບສ່ວນປະຕິບັດການຫັນປະເທດເປັນປະເທດອຸດສາຫະກຳ - ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງມີໄຊ, ເພື່ອຈຸດໝາຍ: ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.”