ກຳມາທິການປ້ອງກັນຊາດ - ປ້ອງກັນຄວາມສະຫງົບສະພາແຫ່ງຊາດເຮັດວຽກຢູ່ ບິນເຟືອກ

(vovworld) - ຕອນ​ບ່າຍ​ວັນ​ທີ 8/3, ທ່ານ ຫງວຽນ​ກິມຄວາ, ຫົວໜ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ - ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ​ແຂວງ ບິນ​ເຟືອ​ກ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວກັບ​ໜ້າ​ທີ່​ປ້ອງ​ກັນຊາ​ດ - ​ປ້ອງ​ກັນ​ຄວາມ​ສະຫງົບ ປີ 2012 ​ແລ​ະ ສະພາບ​ການ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ, ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ ​ໃນ​ບໍລິ​ເວ​ນ​ແຂວງ​ບິນ​ເຟືອ​ກ. ມາ​ຮອດ​ປະຈຸ​ບັນ, ​ແຂວງ​ບິນ​ເຟືອ​ກ ​ໄດ້​ປະຕິບັດ​ສຳ​​ເລັດການປັກ​ຫຼັກ​ໝາຍ​ຊາຍ​ແດນ 19 ສະຖານ​ທີ່ ດ້ວຍ 28 ຫຼັກ​ໝາຍ​ຊາຍ​ແດນ ​ແລະ ​ແມ່ນ​ແຂວງ​ທຳ​ອິດ​ປະຕິບັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ ຫວຽດນາມ - ກຳປູ​ເຈຍ. ປີ 2011 ​ແລະ ​ແຕ່​ຕົ້ນ​ປີ 2012 ມາ​ຮອດ​ປະຈຸ​ບັນ, ສະພາບ​​ຄວາມ​ສະ​ຫງົບ​ການ​ເມືອງ​​ໃນ​ເສັ້ນຊາຍ​ແດນ​ຂອງ​ແຂ​ວງ​ເປັນ​ປົກກະຕິ​ພໍ​ສົມຄວນ.

        ທ່ານ​ຫົວໜ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ຫງວຽນ​ກິມຄວາ ຖື​ວ່າ​: ​ເລື່ອງ​ສົມທົບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ກັບ​ການຮັບປະກັນ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວ​ນ​ແຂວງ​ບິນ​ເຟື​ອກ ມີ​ການ​ປ່ຽນ​ແປງ​ຕັ້ງໜ້າ​ພໍ​ສົມຄວນ. ແຂວງ​ ບິນ​ເຟືອ​ກ ​ໄດ້ປະຕິບັດວຽກ​ງານ​ຕໍ່ສູ້, ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ, ຮັບປະກັນ​ຄວາມ​ສະຫງົບ​ໃນ​ເຂດ​ຊາຍ​ແດນ ​ຢ່າງ​ມີ​ປະສິດທິ​ຜົນ. ​ແຂວງ​ບິນ​ເຟືອ​ກປະຕິບັດວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ສຳ​ເລັດ ​ຢ່າງ​ວ່ອງ​ໄວ.

ຂ່າວ/ບົດ​ອື່ນ