ກຳລັງຊາວໜຸ່ມຕະລຸມ ບອນ ຈັດຕັ້ງວັນຄົບຮອບ ຂອງຕົນ

ກຳລັງຊາວໜຸ່ມຕະລຸມ ບອນ ຈັດຕັ້ງວັນຄົບຮອບ ຂອງຕົນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ກ່າວຄຳເຫັນນະພິທີ
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/7, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ລະນຶກ 62 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈີ​ມິນ ສ້າງ​ຕັ້ງ​ກຳລັງ​ຊາວ​ໜຸ່ມ​ຕະລຸມບອນ (15/7/1950 – 15/7/2012) ​ແລະ ຍ້ອງຍໍ​ສັນລະ​ເສີນ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ທີ່​ດີ​ເດັ່ນ​ 300 ຄົນທີ່​ໄດ້ຊ່ວຍ​ເຫຼືອ​ກັນ​ດຳ​ເນີນ​ທຸລະ​ກິດ​ເກັ່ງ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ​ເພື່ອ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ລະຫວ່າງເພື່ອນ​ຮ່ວມ​ກົມ​ກອງ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ​້ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ ​ເຊິ່ງກຳລັງ​ຊາວ​ໜຸ່ມຕະລຸມບອນ​ຍາດ​ມາໄດ້​ໃນ​ໄລຍະ​ສົງຄາມ ​ແລະ ​ໃນ​ໄລ​ຍະ​ສັນຕິພາບ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເນັ້ນ​ໜັກ​ວ່າ:

“ບັນດາ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ໄດ້​ຮັບ​ການ​ຍ້ອງຍໍ​ໃນ​ມື້​ນີ້ ​ແມ່ນ​ຕົວ​ແທນທີ່​ດີ​ເດັ່ນ​ທີ່​ສຸດ​ໃຫ້​ແກ່​​ແບບຢ່າງ​ດີ​ເດັ່ນ​ນັບ​ພັນ​ຄົນໃນ​ກຳລັງ​ນີ້. ​ເຂົາ​ເຈົ້າ​ມີ​ແບບ​​ວິທີເຮັດ​ວຽກ​ທີ່ດີ, ມີ​ປະສິດ​ທິຜົນ, ​ເຊິ່ງ​ແມ່ນ​ການເຕົ້າ​ໂຮມ​ສິ່ງ​ຍອດ​ຍິ່ງ​ແຫ່ງຄວາມ​ກະຕືລື​ລົ້ນ ​ແລະ ສະຕິປັນຍາ, ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ກ້າຄິດ​ກ້າ​ທຳ​ຂອງ​ບັນດາ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ. ​ໂດຍ​ຕາງໜ້າ​ໃຫ້​ນາຍົກລັດຖະມົນຕີ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ບັນດາ​ຜົນງານ​ເຊິ່ງສະມາຄົມ​ຊາມ​ໜຸ່ມ​ຕະລຸມບອນ​ຫວຽດນາມ​ຍາດ​ມາໄດ້, ບັນດາ​ຜົນສຳ​ເລັດຂອງ​ຂະ​ບວນການ​ອະດີດ​ຊາວໜຸ່ມ​ຕະລຸມບອນ​ຊ່ວຍ​ເຫຼືອ​ກັນ​ດຳ​ເນີນ​ທຸລະ​ກິດ​ເກັ່ງ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ”

ນະ​ພິທີ, ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຂອງຕົນ​ຕໍ​ຄວາມ​​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ, ພິ​ເສດ​ແມ່ນ​ການ​ສ້າງ​ຕັ້ງ​ສະມາຄົມ​ອະດີດ​ຊາວ​ໜຸ່ມ​ຕະລຸມບອນ​ຫວຽດນາມ.

ຂ່າວ/ບົດ​ອື່ນ