(ພາປະກອບ)
(vovworld) - ບົດລາຍງານກ່ຽວກັບສະພາບການເສດຖະກິດມະຫາພາກທີ່ຫາກໍ່ປະກາດຂອງຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ໄດ້ຊີ້ໃຫ້ເຫັນວ່າ ເຖິງວ່າການເຕີບໂຕ GDP ໃນໄຕມາດທີ 1 ປີ 2013 ສູງກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2012, ສ້າງພື້ນຖານເບື້ອງຕົ້ນທີ່ສະດວກໃຫ້ແກ່ການປະຕິບັດຈຸດໝາຍເຕີບໂຕດ້ານເສດຖະກິດໃນປີ 2013. ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ຄາດຄະເນວ່າ ຖ້າຫາກວ່າທ່າອ່ຽງເຕີບໂຕບໍ່ຫັນປ່ຽນຫຼາຍໃນ 3 ໄຕມາດທ້າຍປີ 2013 ນັ້ນ, ການເຕີບໂຕດ້ານເສດຖະກິດຂອງທັງປີ 2013 ຈະບັນລຸປະມານ 5,3%. ໄພເງິນເຟີ້ຂອງທັງປີຄາດວ່າຈະຕໍ່າກວ່າລະກັບ 7%. ເມື່ອໄຈ້ແຍກສາຍເຫດຕົ້ນຕໍ່ທີ່ສົ່ງຜົນສະທ້ອນເຖິງໄພເງິນເຟີ້, ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ໄດ້ຖືວ່າ ຍອດຄວາມຕ້ອງການຂອງພື້ນຖານເສດຖະກິດປະຈຸບັນຍັງຕໍ່າຢູ່ ເພາະສະນັ້ນຄວາມດັ່ນເງິນເຟີ້ຈະບໍ່ສູງ; ປັດໃຈເງິນຕາຈະມີການກະທົບໃດໜຶ່ງ ແຕ່ບໍ່ເປັນໜ້າວິຕົກກັ່ງວົນ; ປັດໄຈເງິນເຟີ້ຈາກການນຳເຂົ້າ ແລະ ເງິນເຟີ້ຈາກກຸ່ມສະບຽງອາຫານ, ພະລັງງານບໍ່ສົ່ງຜົນສະທ້ອນຫຼາຍປານໃດ ເມື່ອລາຄາສິນຄ້າໃນຕະຫຼາດສາກົນບໍ່ເໜັງຕີງຫຼາຍ ແລະ ພິເສດລາຄາເຂົ້າສານຍັງຢູ່ໃນທ່າອຽງຫຼຸດລົງ. ສະນັ້ນ, ບັນດາການຫັນປ່ຽນດ້ານລາຄາບັນດາປະເພດສິນຄ້າພື້ນຖານ ແລະ ອັດຕາແລກປ່ຽນເງິນຕາຈະແມ່ນປັດໄຈຕົ້ນຕໍ່ກຳນົດການປະຕິບັດຈຸດໝາຍເງິນເຟີ້ຂອງທັງປີ.