ກຳລັງທະຫານປະສົມອາຣັບສືບຕໍ່ບຸກໂຈມຕີທາງອາກາດໃສ່ເປົ້າໝາຍ Houthi ຢູ່ພາກໃຕ້ Yemen
(ພາບປະກອບ: AFP/TTXVN)
(vovworld) – ໃນວັນທີ 10 ຂອງບັ້ນຮົບແຊກແຊງດ້ານການທະຫານຢູ່ Yemen, ວັນທີ 04/04, ກຳລັງທະຫານປະສົມບັນດາປະເທດອາຣັບເຂດອ່າວ ໂດຍ ຊາອຸດີ ອາຣາເບຍ ນຳໜ້າສືບຕໍ່ບຸກໂຈມຕີທາງອາກາດໃສ່ພວກທະຫານກະບົດອິດສະລາມ Houthi ຢູ່ພາກໃຕ້ Yemen ແລະ ສະໜອງອາວຸດໃຫ້ບັນດາກຳລັງຈົ່ງຮັກພັກດີກັບປະທານາທິບໍດີ Ab drabbu Mansour Hadi. ຕາມບັນດາແຫຼ່ງຂ່າວທະຫານແລ້ວ, ການບຸກໂຕມຕີທາງອາກາດໄດ້ດັບສູນພວກທະຫານກະບົດຢ່າງໜ້ອຍສຸດ 13 ຄົນ.
ໃນຂະນະນັ້ນ, ທີ່ປຶກສາດ້ານປ້ອງກັນຄວາມສະຫງົບຂອງຊາອຸດີ ອາຣາເບຍ ຜູ້ໜຶ່ງໃຫ້ຮູ້ວ່າ, ບັນດາກຳລັງເຮັດໜ້າທີ່ພິເສດຂອງກອງທັບປະເທດນີ້ ເລີ່ມເຂົ້າຮ່ວມບັ້ນຮົບແຊກແຊງດ້ານການທະຫານຢູ່ Yemen ດ້ວຍໜ້າທີ່ສະໜອງອາວຸດ ແລະ ອຸປະກອນຕິດຕໍ່ໃຫ້ກອງທັບລັດຖະບານ Yemen. ກ່ອນໜ້ານັ້ນ, ບັນດາກຳລັງເຮັດໜ້າທີ່ພິເສດຂອງກອງທັບ ແລະ ເຫຼົ່າທັບເຮືອ ຊາອຸດີ ອາຣາເບຍ ໄດ້ເຂົ້າຮ່ວມບັ້ນຮົບຕ້ານ Houthi ຢູ່ເກາະ Myun ຂຶ້ນກັບອ່າວ Bab al Mandab, ເຊິ່ງແມ່ນໜຶ່ງໃນບັນດາປະຕູຄົມມະນາຄົມທາງທະເລທີ່ສຳຄັນຂອງໂລກ.