ກຳລັງເສື້ອແດງເຕົ້າໂຮມ ກັນຢູ່ຊານນະຄອນ ຫຼວງບາງກອກ-ໄທ
(ພາບ: REUTERS)
(vovworld)- ວັນທີ 10/5, ກຳລັງເສື້ອແດງສະໜັບສະໜູນລັດຖະບານໄທ ໄດ້ເລີ່ມເຕົ້າໂຮມກັນຢູ່ບັນດາເຂດຊານນະຄອນທາງທິດຕາເວັນຕົກນະຄອນຫຼວງບາງກອກ ດ້ວຍຄຳຖະແຫຼງຕັດສິນໃຈປົກປັກຮັກສາພື້ນຖານປະຊາທິປະໄຕ ແລະ ສະກັດກັ້ນການລັດຖະປະຫານຂອງຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ. ໃນອາທິດນີ້, ສານລັດຖະທຳມະນູໄທ ໄດ້ອອກຄຳຕັດສິນປົດຕຳແຫຼ່ງທ່ານນາງນາຍົກລັດຖະມົນຕີ ຊົ່ວຄາວ ຍິ່ງຮັກ ຊີນນະວັດ ແລະ ສະມາຊິກລັດຖະບານ 9 ທ່ານຍ້ອນການລະເມີດລັດຖະທຳມະນູນ ແລະ ສວຍໃຊ້ສິດອຳນາດ. ໂຄສົກທ່ານ 1 ຂອງຂະບວນການ “ເສື້ອແດງ“ ໃຫ້ຮູ້ວ່າ: ຜູ້ສະໜັບສະໜູນທ່ານນາງ ຍິ່ງຮັກ ຊີນນະວັດ ນັບໝື່ນໆຄົນພວມເຕົ້າໂຮມກັນຢູ່ບັນດາເຂດຊານນະຄອນທາງທິດຕາເວັນຕົກນະຄອນຫຼວງບາງກອກ ເພື່ອແນໃສ່ສະແດງໃຫ້ເຫັນການຄັດຄ້ານເຈດຕະຕາຂອງກຳລັງແຫ່ຂະບວນປະທ້ວງຕ້ານລັດຖະບານ ຊື່ງຢາກສ້າງອຳນາດການປົກຄອງໂດຍບໍ່ຜ່ານການເລືອກຕັ້ງ ພາຍຫຼັງທີ່ ທ່ານນາງນາຍົກລັດຖະມົນຕີ ຍິ່ງຮັກ ຊີນນະວັດ ຖືກໂຄ່ນລົ້ມ./.