(vovworld) - ວັນທີ 09/08, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອີຣານ Mohammad Javad Zarif ຢືນຢັນວ່າ, ຂ້ໍຕົກລົງນິວເຄຼຍ ລະຫວ່າງອີຣານ ກັບກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄດ້ສ້າງຄວາມສົມດູນດ້ານຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການເຈະລະຈາ. ທ່ານ Zarif ເນັ້ນໜັກວ່າ: “ຕາມຂໍ້ຕົກລົງ, ບໍ່ມີຝ່າຍໃດຈັດວາງແນວຄິດຂອງຕົນໃຫ້ຝ່າຍອື່ນ”. ທ່ານ Zarif ຊີ້ແຈ້ງວ່າ, ຕາມມະຕິຫວ່າງມໍ່ໆມານີ້ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໂດຍອີງໃສ່ແຜນການກະທຳລວມຮອບດ້ານ, ອີຣານ ບໍ່ຖືກເກືອດຫ້າມຮ່ວມມືກັບບັນດາປະເທດອື່ນ ໃນບັນດາການເຄື່ອນໄຫວນິວເຄຼຍ ຮັບໃຊ້ຈຸດປະສົງສັນຕິພາບ, ຫາກກົງກັນຂ້າມ ບັນດາປະເທດໄດ້ຮັບການສົ່ງເສີມຮ່ວມມືກັບເຕເຣຣານ ໃນຂົງເຂດດັ່ງກ່າວ.