(VOVWORLD) -ຂໍ້ຕົກລົງວ່າດ້ວຍການຢຸດຍິງຊົ່ວຄາວລະຫວ່າງອາເມລິກາ ແລະ ກຳລັງຕາລີບານ ຢູ່ອັບການິດສະຖານ ຫາກໍ່ມີຜົນບັງຄັບໃຊ້ຢ່າງເປັນທາງການ.
ກຳລັງຕາລີບານ (ພາບ: AP)
|
ນີ້ເປັນການສ້າງປະຖົມປັດໃຈເພື່ອໃຫ້ສອງຝ່າຍເຊັນຂໍ້ຕົກລົງສັນຕິພາບໃນອາທິດໜ້າ ເພື່ອແນໃສ່ຢຸດຕິສົງຄາມທີ່ແກ່ຍາວໃນຕະຫຼອດ 18 ປີທີ່ຜ່ານມາ ຢູ່ອັບການິດສະຖານ ແລະ ສົ່ງທະຫານອາເມລິກາ ກັບເມືອປະເທດ.
ຂໍ້ຕົກລົງວ່າດ້ວຍການຢຸດຍິງຊົ່ວຄາວ ຫຼືເອີ້ນວ່າ “ຂໍ້ຕົກລົງວ່າດ້ວຍການຫລຸດຜ່ອນການໃຊ້ຄວາມຮຸນແຮງ” ໃນຮອບເວລາ 1 ອາທິດ ໄດ້ເລີ່ມມີຜົນບັງຄັບໃຊ້ນັບແຕ່ເວລາ 2 ໂມງ 30 ນາທີຂອງວັນທີ 22 ກຸມພາ ຕາມເວລາຫວຽດນາມ. ຖ້າໄດ້ຮັບການປະຕິບັດສຳເລັດ, ພິທີເຊັນຂໍ້ຕົກລົງສັນຕິພາບ ລະຫວ່າງອາເມລິກາ ແລະ ຕາລີບານ ຈະດຳເນີນໄປໃນວັນທີ 29 ກຸມພາທີ່ຈະມາເຖິງ, ຜ່ານນັ້ນ ຈະຊ່ວຍຢຸດຕິການປະທະກັນທີ່ແກ່ຍາວທີ່ສຸດຂອງປະເທດອາເມລິກາ.