ເກາະຊິງໂຕ່ນ
(ພາບ: wikimapia.org)
(vovworld)-ຕອນເຊົ້າວັນທີ 30/8, ຢູ່ນະຄອນໂຮ່ຈິມິນ, ລາຍການ “ເພື່ອນັກຮຽນເຈື່ອງຊາທີ່ຮັກແພງ“ ໄລຍະ 2 ໄດ້ຮັບການປະກາດເພື່ອແນໃສ່ ຂົນຂາວຍກໍ່ສ້າງໂຮງຮຽນປະຖົມໃນເກາະຊິງໂຕ່ນ ເມືອງເຈື່ອງຊາ, ແຂວງແຄງຮວາ. ລາຍການ“ເພື່ອນັກຮຽນເຈື່ອງຊາທີ່ຮັກແພງ“ ໄລຍະ 1 ໄດ້ຂົນຂວາຍການອຸປະຖຳເພື່ອກໍ່ສ້າງໂຮງຮຽນປະຖົມເທດສະບານເມືອງເຈື່ອງຊາ ຊື່ງແມ່ນໂຮງຮຽນແຫ່ງທຳອິດໃນເຂດໝູາເກາະເຈື່ອງຊາ. ໃນໄລຍະ 2, ລາຍການປາດຖະໜວ່າຈະຂົນຂວາຍເງິນເພື່ອກໍ່ສ້າງໂຮງຮຽນອີກແຫ່ງ 1 ໃຫ້ແກ່ເດັກນ້ອຍໃນເກາະຊິງໂຕ່ນ. ທ່ານນາງເຈືອງໝີ໋ຮວາ ອະດີດຮອງປະທານປະເທດຫວຽດນາມ ໃຫ້ຮູ້ວ່າ:
“ພໍ່ແມ່ຂອງພວກນ້ອງເວົ້າວ່າ ຕ້ອງໃຫ້ລູກຫຼານໄປຮຽນໜັງສື. ບໍ່ພຽງແຕ່ເກາະຊິງໂຕ່ນເທົ່ານັ້ນ, ຫາກເກາະແຫ່ງອື່ນໆກໍ່ຕ້ອງເອົາໃຈໃສ່ເຖິງການກໍ່ສ້າງໂຮງຮຽນໃຫ້ເດັກນ້ອຍ. ໂຮງຮຽນໃນເກາະເຈື່ອງຊາໃຫ່ຍ ແມ່ນໂຮງຮຽນທຳອິດເພື່ອເປີດສາກລະບົບການສຶກສາໃນເກາະເຈື່ອງຊາ“.